27 C
Vientiane
Friday, October 18, 2024

ປີ 2021 ຜ່ານມາ ຍອດມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນສູງທີ່ສຸດໃນຮອບ 10 ປີ

ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 27 ພຶດສະພານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມຄົບຮອບ 60 ປີ (ວັນທີ 5 ກັນຍາ 1962- ວັນທີ 5 ກັນຍາ 92022) ແລະ ວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977-ວັນທີ 18 ກໍລະກົດ 2022).

ທ່ານໄດ້ຍົກໃຫ້ວ່າ: ສອງກະຊວງ ອຸດສາຫະກໍາ ແລະ ການຄ້າ ລາວ ແລະ ຫວຽດນາມ ໄດ້ເອົາໃຈໃສ່ຊຸກຍູ້ວຽກງານການຄ້າ ແລະ ການລົງທຶນສອງຝ່າຍ ເພື່ອໃຫ້ອັດຕາການຂະຫຍາຍໂຕຂອງມູນຄ່າການຄ້າສອງຝ່າຍບັນລຸຢ່າງໜ້ອຍ 10% ຕໍ່ປີ ຕາມທີ່ສອງພັກ-ສອງລັດຖະບານ ວາງອອກ. ເພື່ອໃຫ້ຄາດໝາຍສູ້ຊົນດັ່ງກ່າວ ປະກົດຜົນເປັນຈິງ,ທັງສອງຝ່າຍໄດ້ລົງນາມໃນສັນຍາການຄ້າສະບັບໃຫມ່ໃນວັນທີ 03 ມີນາ 2015 ແລະ ສັນຍາການຄ້າຊາຍແດນໃນວັນທີ 27 ມິຖຸນາ 2015; ນັບແຕ່ສອງຝ່າຍໄດ້ມີການເຊັນສັນຍາການຄ້າຊາຍແດນ ນັບແຕ່ປີ 2015 ເປັນຕົ້ນມາ, ບັນດາແຂວງທີ່ມີຊາຍແດນຂອງ ລາວ ແລະ ຫວຽດນາມ ໄດ້ນໍາເອົາເນື້ອໃນຈິດໃຈ ຂອງສັນຍາດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ຢ່າງມີປະສິດທິຜົນໃນລະດັບດີ ສາມາດສົ່ງເສີມວຽກງານການແລກປ່ຽນຊື້-ຂາຍ ລະຫວ່າງ ປະຊາຊົນ ແລະ ຜູ້ຄ້າຂາຍທີ່ອາໄສຢູ່ຕາມແຂວງທີ່ມີຊາຍແດນຂອງທັງສອງປະເທດ.

ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດສັນຍາດັ່ງກ່າວເຫັນວ່າ ທັງສອງຝ່າຍ ແມ່ນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຊຶ່ງສະແດງອອກໃນມູນຄ່າການຄ້າລະຫວ່າງ ສອງຝ່າຍ ເພີ່ມຂຶ້ນ ໃນຫຼາຍປີຜ່ານມາ. ສະເພາະປີ 2021, ເຖິງແມ່ນວ່າທັງສອງປະເທດພົບກັບບັນຫາຫຍຸ້ງຍາກໃນຫຼາຍດ້ານ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19, ແຕ່ຍ້ອນທັງສອງລັດຖະບານ ມີຄວາມ ສະດຸ້ງໄວ ແລະ ສາມາດແກ້ໄຂບັນຫາໄດ້ຢ່າງທັນການ ໂດຍນໍາໃຊ້ບັນດາມາດຕະການທີ່ມີປະສິດທິພາບໃນການແກ້ໄຂບັນຫາ, ຈຶ່ງເຮັດໃຫ້ສາມາດແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຮັບປະກັນໄດ້ວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ສາມາດຮັກສາມູນຄ່າການຄ້າສອງຝ່າຍໃຫ້ເຕີບໂຕເປັນຢ່າງດີ. ດ້ວຍເຫດນັ້ນ, ໃນປີ 2021 ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ປີ 2020 ເຊິ່ງເປັນມູນຄ່າການຄ້າສອງຝ່າຍທີ່ສູງທີ່ສຸດໃນຮອບ 10 ປີ.

ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ອີກວ່າ: ສໍາລັບການຄ້າຊາຍແດນ ແລະ ການຄ້າສອງຝ່າຍ ລາວ-ຫວຽດນາມ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານຂອງສອງຊາດ ໂດຍສະເພາະແມ່ນເປົ້າໝາຍການຮ່ວມມືທາງດ້ານເສດຖະກິດ ທີ່ສອງລັດຖະບານໄດ້ກຳນົດໄວ້ໃນກອງປະຊຸມ ຂອງຄະນະກໍາມະທິການຮ່ວມມືທະວິພາຄີຄັ້ງທີ 44 ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ມັງກອນ 2022, ເນື້ອໃນສັນຍາການຮ່ວມມື 5 ປີ 2021-2025 ແລະ ຍຸດທະສາດການຮ່ວມມື 10 ປີ 2021-2030 ຂອງສອງລັດຖະບານ.

ສ່ວນການແຈ້ງຂຶ້ນທະບຽນວິສາຫະກິດ: ຕົວເລກການແຈ້ງຂຶ້ນທະບຽນວິສາຫະກິດຂອງຫົວໜ່ວຍທຸລະກິດຫວຽດນາມຢູ່ລາວ ໃນໄລຍະແຕ່ປີ 2011-2021 ແມ່ນເປັນອັນດັບທີ 03 ຂອງການລົງທຶນຂອງຕ່າງປະເທດ, ມີ 1.272 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 23,540 ຕື້ກ່ວາ ກີບ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles