27 C
Vientiane
Friday, October 18, 2024

ຂົວມິດຕະພາບລາວ-ໄທແຫ່ງທີ 5 ຄືບໜ້າ 40% ກຽມເຊື່ອມຈອດໃນທ້າຍປີໜ້າ

ມາຮອດປັດຈຸບັນ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ລື່ນແຜນການທີ່ວາງໄວ້, ຖ້າການກໍ່ສ້າງທຸກຢ່າງເປັນໄປໄດ້ດ້ວຍດີ ຄາດວ່າໂຄງການນີ້ຈະສາມາດເຊື່ອມຂົວແຫ່ງນີ້ຕໍ່ກັນລະຫວ່າງຝັ່ງລາວ ແລະໄທພາຍໃນທ້າຍປີ 2023.

ທ່ານ ໄລທອງ ພົມມະວົງ, ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 20 ເມສາ 2022 ວ່າ: ໂຄງການດັ່ງກ່າວນີ້ເປັນໂຄງການທີ່ລັດຖະບານລາວ ໄດ້ຮັບເງິນກູ້ຢືມຈາກອົງການຄວາມຮ່ວມມືທາງດ້ານເສດຖະກິດກັບປະເທດເພື່ອນບ້ານ (ອົງການ NEDA) ຈາກປະເທດໄທ ຈໍານວນ 1.380.067.000 ບາດ (ສະກຸນເງິນໄທ). ການກໍ່ສ້າງຢູ່ຝັ່ງລາວ ໄດ້ເລີ່ມລົງມືແຕ່ວັນທີ 4 ມັງກອນ 2021 ໂດຍແບ່ງອອກເປັນສັນຍາ ຄື: ສັນຍາທີ 1: ສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ແລະ ສັນຍາທີ 2: ສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ. ຜ່ານການຈັດຕັ້ງປະຕິບັດທັງ 2 ສັນຍາມາຮອດປັດຈຸບັນ, ສັນຍາທີ 1 ສໍາເລັດແລ້ວ 28,58%, ລື່ນແຜນການ 11,58% ແລະ ສັນຍາທີ 2 ສໍາເລັດແລ້ວ 40,78%, ລື່ນແຜນການ 3,52%. ປັດຈຸບັນ ການກໍ່ສ້າງແມ່ນພວມເລັ່ງສຸມໃສ່ສັນຍາທີ 1 ເປັນສໍາຄັນ ໂດຍສະເພາະການເຈາະ ແລະ ເທເບຕົງເສົາເຂັມທີ່ຍັງເຫລືອຢູ່ເສົາຂົວກາງນ້ຳ 1 ຕົ້ນ ເພື່ອໃຫ້ສໍາເລັດກ່ອນທີ່ນ້ຳຈະຂຶ້ນສູງໃນລະດູຝົນທີ່ຈະມາເຖີງນີ້. ສ່ວນສັນຍາທີ 2 ແມ່ນສຸມໃສ່ການມຸງຫລັງຄາອາຄານດ່ານໃຫ້ສໍາເລັດກ່ອນລະດູຝົນເຊັ່ນດຽວກັນເພື່ອໃຫ້ສາມາດເຮັດວຽກຢູ່ໃນຕົວອາຄານໃຫ້ມີຄວາມສະດວກ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບການກໍ່ສ້າງໃນສັນຍາທີ 1 ຄື: ກໍ່ສ້າງຂົວຂ້າມນໍ້າຂອງ ຈະໃຫ້ສໍາເລັດໃນທ້າຍປີ 2023 ແລະ ສັນຍາທີ 2 ຄື: ກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ ຈະໃຫ້ສໍາເລັດພາຍໃນກາງປີ 2023. ສໍາລັບຄວາມຫຍຸ້ງຍາກໃນການກໍ່ສ້າງ, ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າບຸກຄະລາກອນ ແລະ ແຮງງານຂອງບໍລິສັດຮັບເໝົາກໍ່ສ້າງ ລວມທັງການນຳເຂົ້າພາຫະນະກົນຈັກ, ອູປະກອນເຄື່ອງມື ແລະ ວັດສະດຸກໍ່ສ້າງຈາກປະເທດໄທມີຄວາມຫຍຸ້ງຍາກ ແລະ ໃຊ້ເວລາດຳເນີນການພໍສົມຄວນ. ນອກຈາກນີ້ ແມ່ນບັນຫາໄພທໍາມະຊາດ, ເນື່ອງຈາກປີນີ້ຝົນຕົກກ່ອນລະດູການ ເຮັດໃຫ້ລະດັບນໍ້າຂອງບາງຄັ້ງຂຶ້ນສູງ ແລະ ເປັນອຸປະສັກຕໍ່ການກໍ່ສ້າງຢູ່ກາງນ້ຳ. ຢ່າງໃດກໍ່ຕາມ ຄະນະຮັບຜິດຊອບໂຄງການຈະສູ້ຊົນຈັດຕັ້ງປະຕິບັດທຸກໜ້າວຽກໃຫ້ສໍາເລັດຕາມແຜນການທີ່ຄາດໝາຍໄວ້.

ທ່ານ ໄລທອງ ພົມມະວົງ ໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ຍັງບໍ່ທັນໄດ້ຮັບການວາງສີລາລຶກການກໍ່ສ້າງຢ່າງເປັນທາງການເທື່ອ ທັ້ງນີ້ ຍ້ອນການລະບາດຂອງພະຍາດໂຄວິດ-19, ຈຶ່ງໄດ້ເລື່ອນເວລາໄປ 2 ຄັ້ງແລ້ວ, ແຕ່ຄາດວ່າຖ້າການລະບາດຂອງພະຍາດດັ່ງກ່າວຫລຸດລົງພິທີວາງສີລາລຶກການກໍ່ສ້າງຈະຈັດຂຶ້ນພາຍໃນທ້າຍປີນີ້.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ, ມີຄວາມຍາວທັງໝົດ 1.350 ແມັດ, ໃນນີ້ ຝັ່ງລາວມີຄວາມຍາວ 535 ແມັດ, ມູນຄ່າການລົງທຶນລວມທັງໝົດ 3.930 ລ້ານບາດ, ໃນນີ້ ການກໍ່ສ້າງຢູ່ຝັ່ງລາວ 1.380.067.000 ບາດ, ເຫລືອນັ້ນແມ່ນມູນຄ່າການກໍ່ສ້າງຢູ່ເບື້ອງຝັ່ງໄທ ມີໄລຍະການກໍ່ສ້າງ 36 ເດືອນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles