27 C
Vientiane
Friday, October 18, 2024

VENI, VIDI, VICI – MITCH EVANS ພິຊິດກຸງໂຣມ ສໍາລັບການແຂ່ງຂັນ JAGUAR TCS

 

VENI, VIDI, VICI – MITCH EVANS ພິຊິດກຸງໂຣມ ສໍາລັບການແຂ່ງຂັນ JAGUAR TCS 
• Mitch Evans ສ້າງປະຫວັດສາດໃຫ້ກັບ Jaguar TCS Racing ໃນຖານະນັກແຂ່ງຄົນທໍາອິດທີ່ຊະນະທັງສອງລາຍການໃນການແຂ່ງຂັນ Formula E ແບບທີມທີ່ກຸງໂຣມ ໃນຊ່ວງທ້າຍອາທິດທີ່ຜ່ານມາ. 
• Sam Bird ມີການແຂ່ງຂັນທີ່ຫນ້າປະທັບໃຈ ກ່ອນທີ່ເກີດການປະທະກັນຈົນເຮັດໃຫ້ລາວຫຼຸດອອກຈາກຕຳແຫນ່ງ
• Mitch Evans ເລື່ອນໄປຢູ່ອັນດັບທີ 4 ຂອງຕາລາງນັກແຂ່ງ, ໂດຍຕາມຫຼັງຜູ້ນຳພຽງ 9 ຄະແນນ, ໃນຂະນະທີ່ Sam Bird ຢູ່ໃນອັນດັບທີ 11. 
• Jaguar TCS Racing ຢູ່ໃນອັນດັບທີ 5 ຂອງທີມ 
• ຮອບທີ 6 ຂອງການແຂ່ງຂັນ ABB FIA Formula E World Championship ປີ 2022, ຈັດຂຶ້ນຢູ່ສະຖານທີ່ເປັນສັນຍາລັກຂອງເມືອງ Monte Carlo, ປະເທດ Monaco ໃນວັນທີ 30 ເມສາ 2022. 

ກຸງໂຣມ, ປະເທດອິຕາລີ, ໃນວັນທີ 10 ເມສາ 2022 – Mitch Evans ສ້າງປະຫວັດສາດໃຫ້ກັບ Jaguar TCS Racing ໃນຖານະນັກແຂ່ງຄົນທໍາອິດທີ່ຊະນະທັງສອງການແຂ່ງຂັນແບບທີມທີ່ກຸງໂຣມ ໃນທ້າຍອາທີດທີ່ຜ່ານມາ. ລາວເປັນພຽງນັກແຂ່ງຄົນທີ 3 ໃນປະຫວັດສາດຂອງ Formula E ທີ່ຊະນະ E-Prix ໃນສອງມື້ຕິດຕໍ່ກັນ. ນະຄອນຫຼວງຂອງອີຕາລີກໍາລັງກາຍເປັນບ້ານຫຼັງທີສອງສໍາລັບ Mitch Evans ເຊິ່ງຕອນນີ້ລາວໄດ້ຮັບລາງວັນ Rome E-Prix ຄັ້ງທີ 3 ແລ້ວ. 
Mitch Evans ແລະ Sam Bird ເຂົ້າເປັນອັນດັບທີ 4 ແລະ 5 ຢູ່ໃນຕາຕະລາງຕາມລໍາດັບ, ຫຼັງຈາກຮອບຄັດເລືອກທີ່ປະສົບຜົນສໍາເລັດ ເຊິ່ງເຫັນໄດ້ວ່ານັກແຂ່ງທັງສອງ ແຂ່ງຂັນກັນໃນຮອບຮອງຊະນະເລີດ. Mitch ໄດ້ກ້າວເຂົ້າມາສູ່ຮອບຮອງຊະນະເລີດເປັນຄັ້ງທໍາອິດໃນລະດູການນີ້. 
ໃນໄລຍະ 10 ນາທີທໍາອິດຂອງການແຂ່ງຂັນ, Mitch Evans ໄດ້ເອົາຊະນະ Jake Dennis ຂາດລອຍ ເພື່ອຍ້າຍເຂົ້າໄປຢູ່ໃນຕໍາແຫນ່ງໂພດ້ຽມ. ລາວຍັງຄົງສືບຕໍ່ການແຂ່ງຂັນ, ໂດຍການເອົາຊະນະ André Lotterer ແລະ Jean-Éric Vergne ເພື່ອເປັນຜູ້ຊະນະຂອງ Rome E-Prix. ນັກແຂ່ງຊາວນິວຊີແລນຕ່າງພາກັນຍາດອັນດັບທີ 1 ກັນໃນຫຼາຍໆຮອບກ່ອນທີ່ລົດນິລະໄພຖືກປ່ອຍອອກມາໃນພາຍຫຼັງ. ກົນລະຍຸດ ATTACK MODE ທີ່ລ່າຊ້າ ແລະ ປາສະຈາກຄວາມຢ້ານກົວ ຄວບຄູ່ໄປກັບປະສິດທິພາບທີ່ດີ ເຮັດໃຫ້ Evans ສາມາດເປັນຜູ້ນຳໃນການແຂ່ງຂັນ ແລະ ຄວ້າເອົາໄຊຊະນະກັບຄືນສູ່ຖະໜົນໃນກຸງໂຣມອີກຄັ້ງ. ເພື່ອນຮ່ວມທີມຂອງ Sam Bird, ກໍມີການແຂ່ງຂັນທີ່ແຂງແກ່ນເຊັ່ນກັນ, ແລະ ຖືກວາງໃຫ້ເກັບຄະແນນໃຫ້ກັບທີມຫຼາຍຂຶ້ນ. 

Sam ໄດ້ສະແດງໃຫ້ເຫັນຄວາມສາມາດພິເສດຂອງ Jaguar I-TYPE 5 ກ່ອນທີ່ຈະມີການປະທະກັນໃນການແຂ່ງຂັນ ເພື່ອຊິງຕຳແຫນ່ງກັບ Nick Cassidy ເຮັດໃຫ້ລາວຕ້ອງໄດ້ອອກຈາກການແຂ່ງຂັນໃນຮອບສຸດທ້າຍຂອງການແຂ່ງ. 
Mitch Evans ເລື່ອນໄປຢູ່ອັນດັບທີ 4 ໃນອັນດັບຂອງນັກແຂ່ງຂັນ, ໂດຍຕາມຫຼັງຜູ້ນໍາພຽງ 9 ຄະແນນ, ໃນຂະນະທີ່ Sam Bird ຢູ່ໃນອັນດັບທີ 11. Jaguar TCS Racing ຍ້າຍເຂົ້າໄປຢູ່ອັນດັບທີ 5 ໃນອັນດັບຂອງທີມ ABB FIA Formula E World Championship. 
James Barclay, ຫົວຫນ້າທີມ Jaguar TCS Racing ກ່າວວ່າ: “ໄຊຊະນະສອງຄັ້ງສໍາລັບ Jaguar TCS Racing ໃນກຸງໂຣມ. 
ໃນວັນພັກທ້າຍອາທິດແບບນີ້ ແມ່ນເຮັດໄດ້ຍາກຢ່າງບໍ່ໜ້າເຊື່ອ ແຕ່ກໍເປັນຄວາມພະຍາຍາມອັນໃຫຍ່ຫຼວງຈາກທີມງານທັງໝົດ ໃນການເສຍສະຫຼະວັນພັກທ້າຍອາທິດຄັ້ງປະຫວັດສາດນີ້ໃຫ້ກັບ Jaguar. ກຸງໂຣມມີຄວາມເມດຕາຕໍ່ພວກເຮົາ ໂດຍການຂື້ນໂພດ້ຽມ 5 ຄັ້ງ ແລະ ມອບໄຊຊະນະ 3 ຄັ້ງໃນ 3 ປີ ແລະ ມັນເປັນເລື່ອງທີ່ດີທີ່ລະດູການຂອງພວກເຮົາກັບຄືນສູ່ເສັ້ນທາງອີກຄັ້ງ ຫຼັງຈາກຜົນງານທີ່ແຂງແກ່ນຈາກ Mitch ແລະ ທີມງານ. ພວກເຮົາຮູ້ວ່າການແຂ່ງຂັນຊິງແຊ້ມຄັ້ງນີ້ເປັນການແຂ່ງຂັນແນວໃດ, ດັ່ງນັ້ນພວກເຮົາຈະນຳຊ່ວງເວລານີ້ເປັນແຮງຜັກດັນໄປຂ້າງຫນ້າ ຈາກກຸງໂຣມ, ສືບຕໍ່ເຮັດວຽກຫນັກ ແລະ ສືບຕໍ່ສ້າງແຊ້ມຂອງພວກເຮົາໃນ Monaco ຕໍ່ໄປ.” 

Mitch Evans, ນັກແຂ່ງ Jaguar TCS Racing #9: “ທ້າຍອາທິດນີ້ເປັນດັ່ງຄວາມຝັນ. ຂ້ອຍຫວັງຈະມາທີ່ກຸງໂຣມ ແລະ ໄດ້ຮັບຄະແນນນຳ, ແຕ່ການແຂ່ງຂັນຊະນະສອງເທື່ອຕິດນັ້ນແມ່ນເປັນເລື່ອງທີ່ຍາກຫຼາຍ. ມື້ວານນີ້ແມ່ນເປັນເລື່ອງທີ່ຫນ້າເຫຼືອເຊື່ອຫຼາຍ ແຕ່ຂ້ອຍຮູ້ວ່າມັນຈະເປັນການຍາກແທ້ໆສຳລັບພວກເຮົາສອງຄົນ ທີ່ຈະເຮັດມັນຊໍ້າອີກຄັ້ງໃນມື້ນີ້. Jaguar I-TYPE 5 ມີປະສິດທິພາບທີ່ສົມບູນແບບ. ນີ້ແມ່ນໄຊຊະນະຄັ້ງທີ 3 ຂອງພວກເຮົາຢູ່ທີ່ນີ້ ແລະ ຂ້ອຍຈະນຳເອົາຄວາມຮູ້ສຶກ ແລະ ຊ່ວງເວລາອັນໜ້າເຫຼືອເຊື່ອນີ້ໄປສູ່ Monaco. ມັນເຖິງເວລາແລ້ວທີ່ຈະສະຫຼອງໃຫ້ແກ່ໄຊຊະນະ!” 
Sam Bird, ນັກແຂ່ງ Jaguar TCS Racing #10: “ຊ່ວງທ້າຍອາທິດເປັນຊ່ວງທີ່ໜ້າຕື່ນເຕັ້ນສຳລັບທີມ. ການຊະນະ 2 ຄັ້ງກັບ Mitch ນັ້ນແມ່ນເລື່ອງໜ້າເຫຼືອເຊື່ອແທ້ໆ. ລົດແຂ່ງແມ່ນສຸດຍອດຫຼາຍ, ແລະ Jaguar TCS Racing ໄດ້ເຮັດວຽກສຸດຍອດໃນຊ່ວງເວລາເບຣກ ເພື່ອປ່ຽນສິ່ງທີ່ເປັນຈຸດເລີ່ມຕົ້ນທີ່ຍາກລຳບາກໃຫ້ກາຍເປັນສູດແຫ່ງໄຊຊະນະ. ຂໍສະແດງຄວາມຍິນດີກັບສະມາຊິກໃນທີມທຸກຄົນທີ່ມີສ່ວນຮ່ວມ ແລະ ພວກເຮົາຫວັງວ່າຈະໄດ້ຮັບ ໄຊຊະນະທີ່ Monaco.” ຮອບທີ 6 ຂອງການແຂ່ງຂັນ ABB FIA Formula E World Championship ປີ 2022 ຈັດຂຶ້ນທີ່ຖະໜົນທີ່ເປັນສັນຍາລັກຂອງເມືອງ Monte Carlo, Monaco ໃນວັນທີ 30 ເມສາ 2022.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles