27 C
Vientiane
Friday, October 18, 2024

ສາທາ ສະຫວັນນະເຂດ ເປັນຫ່ວງຜູ້ຕິດເຊື້ອ ໂຄວິດ-19 ພາຍໃນແຂວງ ຈະເພີ່ມຂຶ້ນຢ່າງຫລວງຫລາຍໃນໄລຍະບຸນປີໃໝ່ລາວ

ຂະແໜງສາທາລະນະສຸກ ແຂວງສະຫວັນນະເຂດ ສະແດງຄວາມເປັນຫ່ວງວ່າຈໍານວນຜູ້ຕິດ ເຊື້ອພະຍາດໂຄວິດ-19 ພາຍໃນແຂວງຂອງຕົນ ຈະເພີ່ມຂຶ້ນອີກເປັນຈໍານວນຫລວງຫລາຍໃນໄລຍະບຸນປີໃໝ່ລາວ ພສ 2565 ຍ້ອນປະຊາຊົນສ່ວນຫລາຍຖືຕໍ່ການປ້ອງກັນພະຍາດດັ່ງກ່າວ.

ດຣ ຕຽງຄໍາ ປ້ອງວົງສາ, ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ປັດ ຈຸບັນ ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດ ມີທ່າອ່ຽງເພີ່ມຂຶ້ນ, ສະເລ່ຍແລ້ວມື້ໜຶ່ງບໍ່ຫລຸດ 100 ຄົນ ເນື່ອງຈາກປະຊາຊົນຈໍານວນຫລາຍບໍ່ຢ້ານກົວຕໍ່ພະຍາດດັ່ງກ່າວ, ເຖີງວ່າ ເຂົ້າໃຈຕໍ່ການລະບາດຂອງພະຍາດແຕ່ບໍ່ໃສ່ໃຈປ້ອງກັນຕາມມາດຕະການທີ່ຄະນະສະເພາະກິດຂອງແຂວງວາງອອກ, ສະແດງອອກ ຍັງມີການຕັ້ງວົງຊຸມແຊວ ແລະ ເຂົ້າຮ່ວມງານສັງຄົມຕ່າງໆ ແບບປົກກະຕິ ຈິ່ງເຮັດໃຫ້ການລະບາດຂອງພະຍາດດັ່ງກ່າວພາຍໃນແຂວງ ຍືດເຍື້ອຍາວນານ. ແຕ່ສິ່ງທີ່ໜ້າເປັນຫ່ວງແມ່ນໄລຍະບຸນປີໃໝ່ລາວທີ່ຈະມາເຖີງນີ້ ຈະມີສັງສັນ ຫລືງານສັງຄົມຕ່າງໆ ຢ່າງຫລວງ ຫລາຍ ເຮັດໃຫ້ແນ່ນອນວ່າຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນອີກເປັນຈໍານວນຫລາຍຍ້ອນສາຍພັນໂອໄມຄຣອນທີ່ແຜ່ເຊື້ອໄດ້ໄວ. ຂະນະດຽວກັນ ອັດຕາການໄດ້ຮັບວັກຊີນຂອງປະຊາຊົນພາຍໃນແຂວງຍັງຕໍ່າເມື່ອທຽບໃສ່ຫລາຍແຂວງໃນທົ່ວປະເທດ.

ມາຮອດວັນທີ 8 ເມສາ 2022 ຢູ່ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວ 15.625 ຄົນ, ໃນນີ້ ກໍາລັງປິ່ນປົວ 1.397 ຄົນ ແລະ ເສຍຊີວິດສະສົມ 31 ຄົນ, ເຊີ່ງ ດຣ ຕຽງຄໍາ ປ້ອງວົງສາ ໃຫ້ຮູ້ວ່າ: ຜູ້ທີ່ກໍາລັງປິ່ນປົວຢູ່ສ່ວນຫລາຍແມ່ນປິ່ນປົວຢູ່ເຮືອນເພາະມີອາການເບົາ ບາງ, ສ່ວນຜູ້ປິ່ນປົວຢູ່ໂຮງໝໍຍ້ອນອາການໜັກແມ່ນມີໜ້ອຍ. ຢ່າງໃດກໍຕາມ ຈໍານວນຜູ້ຕິດເຊື້ອສ່ວນໃຫຍ່ແມ່ນນໍາໃຊ້ເຄື່ອງກວດຫາເຊື້ອແບບໄວດ້ວຍຕົນເອງ ເມື່ອພົບວ່າຕິດເຊື້ອຈິ່ງລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ, ແຕ່ໃນຕົວຈິງອາດຍັງມີຜູ້ຖືເຊື້ອທີ່ຍັງບໍ່ໄດ້ກວດຫາເຊື້ອອີກເປັນຈໍານວນຫລາຍ, ສ່ວນການ ເດີນທາງກັບມາຈາກປະເທດໃກ້ຄຽງຂອງແຮງງານລາວຜ່ານ ແຂວງສະຫວັນນະເຂດ ຍັງມີປົກກະຕິ, ສະເລ່ຍມື້ໜຶ່ງບໍ່ຫລຸດ 100 ຄົນ ແລະ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວມເອົາປະມານ 5-10% ຂອງຈໍານວນຜູ້ຕິດເຊື້ອທັງໝົດພາຍໃນແຂວງໃນແຕ່ລະມື້.

ສໍາລັບອັດຕາການສັກວັກຊີນຢູ່ແຂວງສະວຫນັນະເຂດ ມາຮອດວັນທີ 8 ເມສາ 2022, ເຂັມທີ 1 ໄດ້ 711.018 ຄົນ, ເທົ່າກັບ 65,5%, ເຂັມທີ 2 ໄດ້ 577.425 ຄົນ, ເທົ່າກັບ 53,2%,ແລະ ເຂັມທີ 3 ໄດ້ 169.445 ຄົນ, ເທົ່າ 15,6%.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles