33 C
Vientiane
Friday, October 18, 2024
spot_img

ກຽມສໍາຜັດງານເທສະການຫຸ່ນເຟືອງທົ່ງນາແຊງບ້ານນາ ທີ່ນະຄອນຫລວງວຽງຈັນ ເປັນຄົ້ງທໍາອິດ

ຊາວນະຄອນຫລວງວຽງຈັນ ກຽມທ່ຽວຊົມງານເທສະການຫຸ່ນເຟືອງທົ່ງນາແຊງບ້ານນາ ເຊີ່ງຈະຈັດຂຶ້ນຢູ່ບ້ານໜອງບົວທອງເໜືອ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 21-29 ມີນາ 2022 ໂດຍຈະມີຫລາຍກິດຈະກໍາເພື່ອທ່ຽວຊົມ.

ທ່ານ ນາງ ວົງຈັນ ບົວແພງ ຮອງຜູ້ຈັດການໂຮງແຮມລາວເທວ, ທັງເປັນຜູ້ຮັບຜິດຊອບການຈັດງານຄັ້ງນີ້ ໃຫ້ສໍາພາດວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນນະຄອນຫລວງວຽງຈັນ ຫລື ລາວທ່ຽວລາວໃຫ້ກັບມາມີບັນຍາກາດຄຶກຄື້ນອີກຄັ້ງໜຶ່ງ, ນອກຈາກນີ້ ຍັງເປັນການສົ່ງເສີມທຸລະກິດຊຸມຊົນໃຫ້ມີບ່ອນຊື້-ບ່ອນຂາຍຂອງປະຊາຊົນພາຍໃນເມືອງຈັນທະບູລີ ກໍຄື ນະຄອນຫລວງວຽງຈັນ. ພາຍໃນງານຄັ້ງນີ້ ຈະຈັດໃຫ້ມີຫລາຍກິດຈະກໍາ ເຊັ່ນ: ການຖ່າຍຮູບກັບຫຸ່ນເຟືອງທີ່ເປັນສັດຫລາຍປະເພດ ຄື: ຄວາຍ, ຊ້າງ, ສິງ, ເສືອ ແລະ ລິງການຂາຍສິນຄ້າຕ່າງໆ ຂອງປະຊາຊົນ, ລວມທັງຜູ້ປະກອບການທີ່ນໍາມາວາງສະແດງຂາຍພາຍໃນງານ.

ທ່ານໃຫ້ຮູ້ຕື່ມວ່າ: ການຈັດງານຄັ້ງນີ້ ຈະປະຕິບັດຄຽງຄູ່ກັບມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ຖືເປັນຄັ້ງທໍາອິດທີ່ຈັດງານເທສະການຫຸ່ນເຟືອງທົ່ງນາແຊງບ້ານນາຢູ່ນະຄອນຫລວງວຽງຈັນ, ຖ້າຫາກໄດ້ຮັບຜົນດີຈະສືບຕໍ່ຈັດຂຶ້ນທຸກໆປີ ເພື່ອເປັນສ່ວນໜຶ່ງໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນເມືອງຈັນທະບູລີ ກໍຄື ນະ ຄອນຫລວງວຽງຈັນ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ. ທັງເປັນອີກສະຖານທີ່ໜຶ່ງເພື່ອຊື້-ຂາຍສິນຄ້າຂອງປະຊາຊົນຕື່ມອີກ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles