26 C
Vientiane
Friday, October 18, 2024

ສາລະວັນ ພ້ອມແລ້ວທີ່ຈະຈັດງານເທດສະການໝາກພ້າວນາໄຊ ເປັນຄັ້ງທໍາອິດ

ແຂວງສາລະວັນ ມີຄວາມພ້ອມແລ້ວທີ່ຈະຈັດງານເທດສະການໝາກພ້າວນາໄຊ ຢູ່ບ້ານນາໄຊນ້ອຍ, ເມືອງສາ ລະວັນ ໃນລະຫວ່າງວັນທີ 15-19 ມີນາ 2022 ເຊີ່ງເປັນການຈັດງານໃຫຍ່ຄັ້ງທໍາອິດ ໂດຍຈະມີຫລາຍກິດຈະກໍາສໍາ ຄັນ ເພື່ອສ້າງໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບ ແລະ ເປັນການສົ່ງເສີມລາວທ່ຽວລາວ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແຂວງສາລະວັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 9 ມີນາ 2022 ທີ່ບ້ານນາໄຊນ້ອຍວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມປະຊາ ຊົນພາຍໃນ ບ້ານນາໄຊ ກໍຄື ບັນດາບ້ານທີ່ຢູ່ໃກ້ຄຽງ ທີ່ມີຕົ້ນໝາກພ້າວມາແຕ່ດົນນານໃຫ້ສືບຕໍ່ປູກໝາກພ້າວຫລາຍຂຶ້ນກວ່າເກົ່າ, ທັງເປັນການຊຸກຍູ້-ສົ່ງເສີມການປຸງແຕ່ງຜະລິດຕະພັນຈາກໝາກພ້າວ ແລະ ຕົ້ນພ້າວໃຫ້ມີຄວາມຫຼາກຫຼາຍ ແລະ ກາຍເປັນທ່າແຮງສໍາຄັນໃນການສ້າງລາຍຮັບໃຫ້ແກ່ປະຊາຊົນໃນເຂດບ້ານດັ່ງກ່າວ ແທນການຈໍາໜ່າຍໝາກພ້າວພຽງຢ່າງດຽວເທົ່ານັ້ນ. ນອກຈາກນີ້ ການຈັດງານຄັ້ງນີ້ ຍັງສອດຮ່ອຍກັບການຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດຂອງລັດຖະບານ, ທັງເປັນການກະກຽມຕ້ອນຮັບການເປີດເສັ້ນທາງທ່ອງທ່ຽວສີຂຽວຂອງ ແຂວງສາລະວັນ ທີ່ນອນຢູ່ໃນໄລຍະທີ 2 ຄື: ນັບແຕ່ວັນທີ 1 ເດືອນເມສາ ຫາ ວັນທີ 1 ເດືອນກໍລະກົດ 2022. ນອກຈາກນີ້ ຍັງເປັນການຈັດຕັ້ງຜັນຂະຫຍາຍມະຕິເລກທີ 25 ຂອງກົມການເມືອງສູນກາງພັກ, ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ ແລະ ສ້າງບ້ານນາໄຊ ໃຫ້ກາຍເປັນບ້ານພັດທະນາຮອບດ້ານໃນຕໍ່ໜ້າ.

ຮອງເຈົ້າແຂວງສາລະວັນ ໃຫ້ຮູ້ຕື່ມວ່າ: ງານເທດສະການໝາກພ້າວນາໄຊ ໃນຄັ້ງນີ້ ຈະມີຫລາຍກິດຈະກໍາທີ່ໜ້າສົນໃຈ ເປັນຕົ້ນ: ຈະມີງານວາງສະແດງຂາຍສິນຄ້າຕ່າງໆ ຂອງປະຊາຊົນຈາກ 8 ເມືອງພາຍໃນແຂວງສາລະວັນ ໃນນີ້ ລວມທັງສິນຄ້າຫນຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດ໊ອບ, ຄາດວ່າຈະມີປະມານ 50 ຮ້ານ ຫລື 50 ບູດ, ການ ສະແດງແລກປ່ຽນວັດທະນະທໍາຈາກບັນດາເມືອງ, ການປະກວດສິລະປະຂອງບັນດາເຜົ່າ, ປະກວດຂັບລໍາທົ່ວໄປ ແລະ ອື່ນໆ. ມາຮອດປັດຈຸບັນ ການກະກຽມວຽກງານຕ່າງໆ ເພື່ອຮອງຮັບໃຫ້ແກ່ການຈັດງານຄັ້ງນີ້ ແມ່ນມີຄວາມພ້ອມແລ້ວ, ພ້ອມນີ້ ທ່ານໄດ້ເຊີນຊວນນັກທ່ອງທ່ຽວທັງພາຍໃນປະເທດ ກໍຄື ຕ່າງປະເທດທີ່ອາໃສຢູ່ລາວ ຫາໂອກາດໄປທ່ຽວຊົມງານເທດສະການໝາກພ້າວນາໄຊ ໃນຄັ້ງນີ້ ເພາະນອກຈາກຈະໄດ້ທ່ຽວຊົມບັນດາກິດຈະກໍາທີ່ຈັດຂຶ້ນ ແລະ ໄດ້ຊີມລົດຊາດໝາກພ້າວນາໄຊ ທີ່ຫອມຫວນມີມາແຕ່ດົນນານ ຍັງຈະໄດ້ຮຽນຮູ້ວິຖີຊີວິດຂອງປະຊາຊົນບັນດາເຜົ່າຜ່ານບັນດາກິດຈະກໍາໃນງານຄັ້ງນີ້ຕື່ມອີກ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles