22.8 C
Vientiane
Friday, October 18, 2024

ອຸດສາຫະກໍາຕັດຫຍິບລາວ ເລີ່ມຟື້ນຕົວ ແລະ ຍັງຕ້ອງການແຮງງານຫລາຍກວ່າ 5.000 ຄົນ

ບັນດາຫົວໜ່ວຍທຸລະກິດດ້ານການຕັດຫຍິບຂອງລາວ ໄດ້ກັບມາເປີດດໍາເນີນກິດຈະການເປັນປົກກະຕິເກືອບໝົດແລ້ວ, ຫລັງຈາກຕ້ອງດໍາເນີນກິດຈະການແບບບໍ່ປົກກະຕິ ຫລື ມີການປິດ-ເປີດ ເປັນແຕ່ລະໄລຍະເປັນເວລາ 4 ເດືອນຂອງປີ 2021 ຜ່ານມາ ເຮັດໃຫ້ຜູ້ປະກອບການດ້ານນີ້ ຍັງຕ້ອງການແຮງງານຫລາຍກວ່າ 5.000 ຄົນ.

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທັງເປັນປະ ທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໃຫ້ສໍາພາດວ່າ: ການລະບາດຂອງພະຍາດໂຄວິດ-19 ໃນປີ 2021 ຜ່ານມາ ສົ່ງຜົນກະທົບໜັກຕໍ່ບັນດາໂຮງງານຕັດຫຍິບ ກໍຄື ຫົວໜ່ວຍທຸລະກິດດ້ານການຕັດຫຍິບໃນລາວ ຍ້ອນພະນັກງານ ແລະ ກໍາມະກອນຂອງໂຮງງານຫລາຍສົມຄວນຕິດເຊື້ອພະຍາດດັ່ງກ່າວ, ໂຮງງານຈໍາເປັນຕ້ອງ ປິດ-ເປີດເປັນແຕ່ລະໄລຍະ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບໍ່ສາມາດດໍາເນີນການຜະລິດເຕັມສ່ວນ ແລະ ສມາດນໍາໃຊ້ແຮງງານສະເພາະທີ່ອາໃສຢູ່ຫໍພັກເທົ່ານັ້ນ ເປັນເວລາ 4 ເດືອນ (20.9-27.12.2021), ການຜະລິດບໍ່ໄປຕາມແຜນທີ່ກໍານົດສົ່ງສິນຄ້າໃຫ້ລູກຄ້າ, ຈຳນວນໜຶ່ງຖືກຍົກເລີກການສັ່ງຊື້ (Order) ແລະ ຈໍານວນໜຶ່ງຖືກປັບໄໝ ເຮັດໃຫ້ລວມຍອດການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວໃນປີ 2021 ຜ່ານມາ ບັນລຸ 189.777.000 ໂດລາສະຫະລັດ, ຫລຸດລົງປະມານ 1,35% ຖ້າທຽບໃສ່ປີ 2020 ຢູ່ທີ່ 192.354.000 ໂດລາສະຫະລັດ.

ທ່ານ ປອ. ໄຊບັນດິດ ຣາຊະພົນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ບັນດາໂຮງງານຕັດຫຍິບໃນລາວ ໄດ້ກັບມາເປີດດໍາເນີນກິດຈະການເປັນປົກກະຕິແລ້ວ, ແຕ່ຕ້ອງສືບຕໍ່ປະຕິບັດຕາມທຸກມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນພະຍາດໂຄວິດ-19. ໃນນີ້ມີບາງໂຮງງານ ຍັງບໍ່ສາມາດເປີດດໍາເນີນກິດຈະການໄດ້ ຍ້ອນເຈົ້າຂອງໂຮງງານເປັນຄົນຕ່າງປະເທດ ທີ່ຍັງຫຍຸ້ງຍາກໃນການເດີນທາງມາລາວ ຫລື ຫຍຸ້ງຍາກໃນການດຳເນີນຂັ້ນຕອນເພື່ອກັບມາເປີດໂຮງງານຄືນໃໝ່. ບັນດາໂຮງງານ ໄດ້ຮຽກພະນັກງານ ແລະ ກໍາມະກອນເກົ່າຂອງຕົນກັບຄືນມາເຮັດວຽກ, ແຕ່ສ່ວນໜຶ່ງໄດ້ອອກໄປ ຫລື ໄປເຮັດວຽກບ່ອນອື່ນແລ້ວ ເຮັດໃຫ້ຜ່ານການເກັບກໍາ ແລະ ສັງລວມຂໍ້ມູນແລ້ວເຫັນວ່າ ປັດຈຸບັນ, ບັນດາໂຮງງານຕັດຫຍິບໃນລາວ ຍັງມີຄວາມຕ້ອງການແຮງງານຫລາຍກວ່າ 5.000 ຄົນ. ຜູ້ໃດສົນໃຈ ສາມາດພົວພັນເພື່ອສະໝັກງານໄດ້ໂດຍຜ່ານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຂອງເມືອງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງທີ່ຕົນອາໃສຢູ່ ຫລື ພົວພັນດ້ວຍຕົນເອງທີ່ສະມາຄົມອຸດສາຫະກໍາຕັດຫຍິບລາວ ທີ່ນະຄອນຫລວງວຽງຈັນ ເພາະມີຫລາຍຕໍາແໜ່ງໃຫ້ເລືອກຕາມຄວາມສາມາດ ແລະ ປະສົບການຕົວຈິງຂອງຕົນເອງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles