22.8 C
Vientiane
Friday, October 18, 2024

ລາຄາຢາປົວພະຍາດໂຄວິດ-19 ຈະຖືກລົງ ເພາະລາວເຮົາມີ 7 ໂຮງງານແລ້ວທີ່ສາມາດຜະລິດຢາປົວພະຍາດຊະນິດນີ້

ມາຮອດປັດຈຸບັນ, ລາວເຮົາ ມີໂຮງງານຜະລິດຢາ 7 ແຫ່ງ ທີ່ສາມາດຜະລິດຢາປິ່ນປົວພະຍາດໂຄວິດ-19, ໃນນີ້ມີ 3 ລາຍການຈາກ 3 ໂຮງງານ ທີ່ ກະຊວງສາທາລະນະສຸກ ອະນຸຍາດໃຫ້ນໍາໃຊ້ປິ່ນປົວພະຍາດໂຄວິດ-19 ໃນກໍລະນີສຸກເສີນແລ້ວ, ສ່ວນອີກ 4 ລາຍການ ພວມຢູ່ໃນໄລຍະຜະລິດ ແລະ ການກວດກາຄຸນນະພາບ.

ທ່ານ ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ທີ່ ກະຊວງສາທາລະນະສຸກ ໃນວັນທີ 21 ກຸມພານີ້ ວ່າ: ໂຮງງານຜະລິດຢາ ທັງ 7 ແຫ່ງ ແມ່ນມີຄວາມແຕກຕ່າງກັນທາງດ້ານໂຮງງານ, ແຫລ່ງວັດຖຸດິບ, ຮູບແບບຢາ ແລະ ຄວາມແຮງຂອງຢາ. ໃນນີ້ ມີ 3 ລາຍການ ທີ່ ກະຊວງສາທາລະນະສຸກ ອະນຸຍາດໃຫ້ນໍາໃຊ້ປິ່ນປົວພະຍາດໂຄວິດ-19 ໃນກໍລະນີສຸກເສີນ ຄື: ຢາໂມລາໂກເວຍ ຂອງໂຮງງານຜະລິດຢາເລກ 3, ຢາໂມລກູແຄ ຂອງໂຮງງານຜະລິດຢາຢວນຊູ ແລະ ຢາໂມລນູແຄ ຂອງໂຮງງານຜະລິດຢາພັນທະມິດ. ຢາທັງ 3 ລາຍການ ຫລື 3 ຊະນິດດັ່ງກ່າວ ສາມາດຫາຊື້ໄດ້ຕາມຮ້າຍຄ້າທີ່ກໍານົດນທົ່ວປະເທດ. ໃນນີ້ ສະເພາະຢູ່ຕ່າງແຂວງອະນຸຍາດໃຫ້ຂາຍປະມານ 3-4 ຮ້ານ ໃນລາຄາບໍ່ເກີນ 400.000 ກີບ/ປ໋ອງ, ມີທັງໝົດ 40 ແຄັບຊູນ ກິນພາຍໃນ 5 ມື້. ສ່ວນຢູ່ນະຄອນຫລວງວຽງຈັນ ມີຈໍາຫນ່າຍຢູ່ຫລາຍກວ່າ 10 ຮ້ານ.

ດຣ ບຸນຊູ ແກ້ວຫາວົງ ໃຫ້ຮູ້ຕື່ມວ່າ: ສໍາລັບຢາອີກ 4 ລາຍການຂອງ 4 ໂຮງງານຜະລິດຢາ ຄື: ໂຮງງານໂກດູຟາ-ລາວ, ໂຮງງານຢາຕົງເໝິງ, ໂຮງງານຢາຈິນຊຽງ ແລະ ໂຮງງານຜະລິດຢາ ຊີບີເອຟ ແມ່ນພວມຢູ່ໃນຂັ້ນຕອນຜະລິດ ແລະ ກວດກາຄຸນນະພາບຂອງຢາ ເພື່ອຮັບປະກັນການນໍາໃຊ້ປິ່ນປົວໃຫ້ມີຄຸນນະພາບສູງ ແລະ ຄາດວ່າຫລັງຈາກການອະນຸຍາດນໍາໃຊ້ຢາປິ່ນປົວພະຍາດໂຄວິດ-19 ຂອງທັງ 7 ລາຍການຂອງ 7 ໂຮງງານໃນກໍລະນີສຸກເສີນ ຈະເຮັດໃຫ້ລາວເຮົາມີຢາປິ່ນປົວພະຍາດໂຄວິດ-19 ພຽງພໍກັບຄວາມຕ້ອງການ ແລະ ລາຄາຈະຖືກລົງ ຍ້ອນສາມາດຜະລິດໄດ້ຫລາຍ, ແລະ ການຂົນສົ່ງວັດຖຸດິບທີ່ນໍາມາຊ້ເຂົ້າໃນການຜະລິດຢາມີຄວາມສະດວກສະບາຍຫລາຍເມື່ອທຽບໃສ່ເມື່ອກ່ອນ.

ຢ່າງໃດກໍ່ຕາມ, ທ່ານ ຢືນຢັນວ່າ: ຢາປິ່ນປົວພະຍາດໂຄວິດ-19 ທັງ 3 ລາຍການຈາກ 3 ໂຮງງານທີ່ອະນຸຍາດໄປແລ້ວ ແມ່ນອະນຸຍາດໃຫ້ນໍາໃຊ້ເຂົ້າໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃນກໍລະນີສຸກເສີນທີ່ມີອາການແຕ່ເບົາບາງຫາປານກາງ ເທົ່ານັ້ນ ແຕ່ບໍ່ເໝາະສົມກັບຜູ້ທີ່ມີອາຍຸສູງເກີນ 60 ປີ, ແມ່ຍິງຖືພາ ແລະ ຜູ້ມີພະຍາດຊໍາເຮື້ອ, ລວມເຖີງເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ດັ່ງນັ້ນ ຖ້າຈະກິນຢາດັ່ງກ່າວນີ້ ຕ້ອງປຶກສາແພດໃຫ້ລະອຽດ ເພື່ອຫລີກຫລ່ຽງປັດໃຈສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles