22.8 C
Vientiane
Friday, October 18, 2024

ແຈ້ງການ ເລື່ອງການຈັດຕັ້ງປະຕິບັດ ວັນສັກວັກຊີນແຫ່ງຊາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດ ທົ່ວປະເທດ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບຂະບວນການວັນສັກວັກຊີນແຫ່ງຊາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ເພື່ອເປັນການຍົກລະດັບອັດຕາພູມຄຸ້ມກັນປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ ແລະ ຮັບມືກັບສາຍພັນ
ໂອມິຄຣອນ ມາຍັງທ່ານຊາບດັ່ງນີ້:

1. ເຫັນດີໃຫ້ມີການຈັດຕັ້ງປະຕິບັດ ວສຊ ເພື່ອກັນພະຍາດໂຄວິດ-19 ຢູ່ແຂວງ ຫົວພັນ, ຊຽງຂວາງ, ອຸດົມໄຊ,
ສະຫວັນນະເຂດ ແລະ ໄຊສົມບູນ ແຕ່ວັນທີ 21 ກຸມພາ ຫາ ວັນທີ 04 ມີນາ 2012.

ສໍາລັບນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ແມ່ນຈັດຕັ້ງປະຕິບັດ ໃນວັນທີ 04 ຫາ 19 ມີນາ 2022 ຫຼື ຖ້າແຂວງໃດມີຄວາມພ້ອມ ກໍສາມາດເລີ່ມປະຕິບັດໃນວັນທີ 21 ກຸມພາ 2012.

2. ສໍາລັບກຸ່ມເປົ້າໝາຍທີ່ຈະເຂົ້າຮັບວັກຊີນກັນພະຍາດໂຄວິດ-19 ໃນຂະບວນການ ວສຊ ຄັ້ງນີ້ ແມ່ນເລີ່ມແຕ່
ອາຍຸ 6 ປີຂຶ້ນໄປ ລວມທັງຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊີນໂຄວິດ-19 ເຂັມທີ I, ເຂັ້ມທີ 2 ແລະ ເຂັ້ມກະຕຸ້ນໃນໄລຍະຜ່ານມາ, ພາຍຫຼັງສໍາເລັດ ວສຊ ຄັ້ງນີ້ແລ້ວ ແມ່ນໃຫ້ສືບຕໍ່ຄົ້ນຄວ້າພິຈາລະນາການສັກໃຫ້ເດັກນ້ອຍກຸ່ມ ອາຍຸ 3-5 ປີ.

3. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງ ເກັບກໍາ ແລະ ສັງລວມກຸ່ມ
ເປົ້າໝາຍນັກຮຽນອາຍຸ 6-11 ປີ ແລະ ນັກຮຽນອາຍຸ 12 ປີຂຶ້ນໄປ ທີ່ຍັງບໍ່ທັນໄດ້ຮັບວັກຊີນຜ່ານມາ ຢູ່ໃນ
ສະຖານການສຶກສາທຸກຂັ້ນ ທັງພາກລັດ ແລະ ເອກະຊົນ ໃຫ້ສຳເລັດກ່ອນວັນຈັດຕັ້ງປະຕິບັດ ວສຊ ເພື່ອໃຫ້ຮູ້
ຈໍານວນທີ່ຊັດເຈນ ທີ່ຈະຮັບວັກຊີນໃນຂະບວນການ ວສຊ ຄັ້ງນີ້.

4. ມອບໃຫ້ບັນດາກະຊວງ, ກົມກອງ, ສໍານັກງານອົງການ, ໂຮງຈັກ, ໂຮງງານ ທັງພາກລັດ ແລະ ເອກະຊົນ ແລະ
ອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ກວດຄືນພະນັກງານ ແລະ ປະຊາຊົນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ທີ່
ຍັງບໍ່ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບ ຕາມຄໍາແນະນໍາ ແມ່ນໃຫ້ເຂົ້າມາຮັບວັກຊີນ ໃນຊ່ວງ ວສຊ ຄັ້ງ
ນີ້ ໃຫ້ຄົບໝົດທຸກຄົນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles