22.8 C
Vientiane
Friday, October 18, 2024

ສາຍພັນຍ່ອຍ ໂອໄມຄຣອນ BA.2 ລະບາດໜັກຢູ່ອາຊີ

ການລະບາດຂອງພະຍາດໂຄວິດ ຢູ່ໃນທະວີອາຊີ ມີທ່າອ່ຽງສູງຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ສິງກະໂປມີຜູ້ຕິດເຊື້ອຫຼາຍກວ່າ 10,000 ຄົນ, ຍີ່ປຸ່ນຕິດເຊື້ອເກືອບ 1 ແສນຄົນ ແລະ ສ ເກົາຫຼີກໍ່ເຊັ່ນດຽວກັນ.

• ປັດໄຈໜຶ່ງ ທີ່ເຮັດໃຫ້ບາງປະເທດມີການລະບາດຢ່າງໜັກ ກໍ່ຍ້ອນມາຈາກ ສາຍພັນໂອໄມຄຣອນ BA.2 ເຊິ່ງເປັນໂຄວິດສາຍພັນຍ່ອຍ ທີ່ມີຄວາມສາມາດໃນການແຜ່ລະບາດຫຼາຍກວ່າ ໂອໄມຄຣອນດັ້ງເດີມ ເຖິງ 30% ນັ້ນ ຈຶ່ງເປັນສາເຫດ ເຮັດໃຫ້ເກີດການແຜ່ກະຈາຍເຊື້ອໄດ້ໄວຂຶ້ນກວ່າເກົ່າ.

• ສຳລັບ ປະເທດໃກ້ຄຽງ ສປປ ລາວ ກໍ່ກວດພົບສາຍພັນໂອໄມຄຣອນ BA.2 ເຊັ່ນດຽວກັນ ແລະ ມີແນວໂນ້ມທີ່ຈະພົບຫຼາຍຂຶ້ນໃນຕໍ່ໜ້າ. ປັດຈຸບັນ ມີຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນເປັນຈຳນວນຫຼາຍ ແລະ ສ່ວນໃຫຍ່ເປັນການຕິດເຊື້ອໃນຄອບຄົວ, ຄາດຄະເນວ່າ ຕົວເລກຜູ້ຕິດເຊື້ອ ອາດຈະເພິ່ມສູງຂຶ້ນ ເຖິງຫຼາຍໝື່ນຄົນຕໍ່ວັນ.

• ເຖິງແມ່ນວ່າ ສປປ ລາວເຮົາ ຕົວເລກຜູ້ຕິດເຊື້ອໃໝ່ ປະຈຳວັນ ຈະຫຼຸດລົງກໍ່ຕາມ ແຕ່ພວກເຮົາກໍ່ບໍ່ຄວນປະໝາດ ຫຼື ປ່ອຍປະຫຼະເຫຼິງ ໃນການປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເພາະ ຖ້າຫາກເກີດການແຜ່ລະບາດໃນຊຸມຊົນຮອບໃໝ່ ຈະເຮັດໃຫ້ມີຈຳນວນຄົນເຈັບເພິ່ມຂຶ້ນ ໝາຍຄວາມວ່າ ຈຳນວນທີ່ຈະຕ້ອງເຂົ້ານອນປິ່ນປົວຢູ່ໂຮງໝໍ ກໍ່ຈະຫຼາຍຂຶ້ນເຊັ່ນດຽວກັນ.

• ເພື່ອສະກັດກັ້ນການລະບາດ ສິ່ງສຳຄັນທີ່ສຸດ ພວກເຮົາໝົດທຸກຄົນ ຈະຕ້ອງຊ່ວຍກັນ ຫຼຸດຜ່ອນການຕິດຕໍ່ເຊື້ອຈາກຄົນອື່ນ, ຫຼຸດຜ່ອນການແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ສັງຄົມ ໃຫ້ໄດ້ຫຼາຍທີ່ສຸດ ມີສະຕິປ້ອງກັນຕົນເອງຢູ່ຕະຫຼອດເວລາ, ໄປຮັບວັກຊີນໃຫ້ຄົບຕາມກຳນົດ ແລະ ສັກເຂັມກະຕຸ້ນ, ບໍ່ໂຮມຊຸມນຸມກັນເປັນກຸ່ມ, ຖ້າຮູ້ສຶກບໍ່ສະບາຍ ຫຼື ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ໃຫ້ກັກໂຕ ແລະ ກວດຊອກຫາເຊື້ອທັນທີ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles