33 C
Vientiane
Friday, October 18, 2024

ສິ່ງດີໆບອກຕໍ່ ສໍາລັບທຸລະກິດທ່ອງທ່ຽວ ທີ່ຢາກເຂົ້າຮ່ວມໂຄງການ LaoSafe

ໂຄງການ LaoSafe ໄດ້ເລີ່ມສະໜອງການຝຶກອົບຮົມໃຫ້ກັບບັນດາທຸລະກິດຮ້ານອາຫານ, ພະນັກງານນໍາທ່ຽວ ແລະ ພະນັກງານຂັບລົດ  ເພື່ອຍົກລະດັບມາດຕະຖານທາງດ້ານຄວາມປອດໄພ ແລະ ຄວາມສະອາດ ໃຫ້ແກ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສຳລັບການຝຶກອົບຮົມໃຫ້ແກ່ບັນດາທຸລະກິດໂຮງແຮມ ແມ່ນຈະເລີ່ມຕົ້ນໃນໄວໆນີ້. 

ໂຄງການ LaoSafe ຈັດຕັ້ງປະຕິບັດໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບັນດາສະມາຄົມທຸລະກິດການທ່ອງທ່ຽວຕ່າງໆໃນລາວ ຜ່ານການຮັບຮອງມາດຕະຖານໂດຍ ກະຊວງສາທາລະນະສຸກແຫ່ງ ສປປ ລາວ. 




ໂຄງການ LaoSafe ໄດ້ຮັບການສະໜັບສະໜູນຈາກໂຄງການທັກສະສຳລັບວຽກງານການທ່ອງທ່ຽວ ລາວ/029, ເຊິ່ງໄດ້ເລີ່ມສະໜອງການຝຶກອົບຮົມໃຫ້ກັບບັນດາທຸລະກິດທ່ອງທ່ຽວ ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງແລ້ວ ແລະ ມີແຜນຈະຂະຫຍາຍໄປຍັງແຂວງອື່ນໆໃນໄວໆນີ້ ວິທີສະໝັກເຂົ້າຮ່ວມ ໂຄງການ LaoSafe ມີດັ່ງຕໍ່ໄປນີ້ 

1.    ເຂົ້າໄປທີ່ລິ້ງນີ້ https://www.tourismlaos.org/join-laosafe/ 
2.    ເລື່ອນໄປຂ້າງລຸ່ມແລ້ວຢຸດຢູ່ທີ່ “How do I apply” 
3.    ຄລິກ Download in English ຫຼື Download in Lao ຕາມພາສາທີ່ທ່ານສະດວກ 
4.    ຫຼັງຈາກຕື່ມຂໍ້ມູນລົງໃນໃບສະໝັກແລ້ວ ໃຫ້ທ່ານສົ່ງໃບສະໝັກໄປທີ່ ອີເມວ [email protected] 
5.    ຫຼັງຈາກສົ່ງໃບສະໝັກເປັນທີ່ຮຽບຮ້ອຍແລ້ວ ໃຫ້ລໍຖ້າທີມງານ LaoSafe ຕິດຕໍ່ກັບມາ.


 

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles