22.8 C
Vientiane
Friday, October 18, 2024

ຫ້າມນໍາເຂົ້າເຄື່ອງກວດໄວຣັດ ໂຄວິດ-19 ແບບກວດຮູ້ຜົນໄວ (Rapid Test)

ກະຊວງສາທາ ຫ້າມນໍາເຂົ້າ, ຫ້າມຈໍາໜ່າຍ ແລະ ຫ້າມນໍາໃຊ້ ເຄື່ອງກວດພະຍາດ ໂຄວິດ – 19 (Rapid Test) 


ອີງຕາມສະພາບວິກິດຂອງ ໂລກລະບາດ ໂຄວິດ – 19 ທີ່ຍັງມີການລະບາດເກືອບທົ່ວທຸກປະເທດໃນທົ່ວໂລກ. ຈຶ່ງເຮັດໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງກັບສາທາລະນະສຸກ ມີຄວາມຕ້ອງການສັ່ງຊື້ເຄື່ອງວັດແທກໂລກດັ່ງກ່າວ ແບບເຫັນຜົນໄວ Rapid Test ໂດຍບໍ່ໄດ້ມີການຢັ້ງຢືນຈາກ ສະຖາບັນຄວບຄຸມໂລກສະເພາະ ເຊິ່ງຈະເຮັດໃຫ້ຜົນການກວດມີຄວາມຜິດດ່ຽງ ແລະ ອ່ານຜົນຜິດພາດໄດ້. 


ດັ່ງນັ້ນ, ກະຊວງ ສາທາລະນະສຸກ ຈຶ່ງໄດ້ມີຄໍາສັ່ງ ຫ້າມນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ເຄື່ອງທົດສອບແບບໄວ (Rapid Test) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດອັກເສບປອດຮຸນແຮງ ຈາກເຊື້ອຈຸລະໂລກ ໂກໂຣນາ ສາຍພັນໃໝ່ ຫລື COVID-19, ເລກທີ 0246/ສທ, ລົງວັນທີ 03 ມີນາ 2020. ເພື່ອຫ້າມບໍ່ໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ບັນດາສະຖາບັນທີ່ບໍລິການສາທາລະນະສຸກ ແຕ່ລະຂັ້ນນັບທັງພາກລັດ ແລະ ເອກະຊົນ ບໍ່ໃຫ້ນໍາເຂົ້າ, ຈໍາໜ່າຍ ແລະ ນໍາໃຊ້ ເຄື່ອງກວດສອບພະຍາດ ໂຄວິດ-19. 


Source: https://www.laotradeportal.gov.la/index.php?r=site/display&id=1935

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles