26 C
Vientiane
Friday, October 18, 2024

ຈັບໜ້າກາກປິດປາກປອມ 30,000 ຖົງ ລໍາລຽງມາຂາຍ ຢູ່ລາວ

ກາຍເປັນຂ່າວດັງ ຢູ່ປະເທດຫວຽດນາມ ເມື່ອຕໍາຫຼວດຫວຽດນາມ ສາມາດຈັບກຸມ ຊາຍຫວຽດນາມ ຢູ່ແຂວງຮາຕິງ ທາງພາກກາງຂອງປະເທດຫວຽດນາມ ກໍາລັງລັກລອບ ເອົາໜ້າກາກອັດປາກປອມ ຈໍານວນ 30,000 ອັນ ລວມທັງໝົດ 13 ກ່ອງໃຫຍ່ ເຂົ້າມາຂາຍ ຢູ່ ສປປ ລາວ ໃນວັນສຸກ ທີ່  13 ມີນາ 2020 ທີ່ຜ່ານມາ.​ ຕໍາຫຼວດ ຂອງແຂວງຮາຕິງ ຍັງກວດພົບເຫັນ ຊຸດອຸປະກອນ ເສື້ອຜ້າການແພດ ຜະລິດຈາກປະເທດ ຫວຽດນາມ ຕື່ມອີກ ຈໍານວນ 98 ຊຸດ. ຈໍານວນກ່ອງ ທັງໝົດ ຖືກເຊື່ອງຊ້ອນ ເຂົ້າມານໍາລົດເມ ຜ່ານມາທາງດ້ານຊາຍແດນ ນານາຊາດ Cau Treo ຂອງຫວຽດນາມ.  


ເຈົ້າໜ້າທີ່ຫວຽດນາມກ່າວວ່າ ທ້າວ Mai Trong Diep ສັນຊາດຫວຽດນາມ ອາຍຸ 32 ປີ ສາລະພາບວ່າ ເປັນຜູ້ນໍາເອົາ ອຸປະກອນຕ່າງໆ ທີ່ຜິດກົດໝາຍເຫຼົ່ານີ້ ເຂົ້າມານະຄອນຫຼວງ ວຽງຈັນ, ໂດຍຜູ້ກ່ຽວໄດ້ຮັບການ ວ່າຈ້າງ ຈາກຊາຍແປກໜ້າ ສອງຄົນ ໃນມູນຄ່າ 6.5 ລ້ານດົງ. 


ປະຈຸບັນ, ລັດຖະບານ ຂອງ ສສ ຫວຽດນາມ ໄດ້ສັ່ງຫ້າມ ການສົ່ງອອກ ໜ້າກາກປິດປາກທັງໝົດ ໄປຕ່າງປະເທດ ຍົກເວັ້ນ ການຊ່ວຍເຫຼືອລ້າ ຂອງລັດຖະບານ ໂດຍເລີ້ມຈັດຕັ້ງປະຕິບັດມາ ຕັ້ງແຕ່ວັນທີ 28 ກຸມພາ 2020 ທີ່ຜ່ານມາ. 


ປະຈຸບັນ, ໜ້າກາກປິດປາກ ກໍາລັງໄດ້ຮັບຄວາມຕ້ອງການສູງ ຈາກພາຍໃນປະເທດ, ແລະ ຫຼາຍໂຮງງານ ຕັດຫຍິບ ໃນປະເທດ ຫວຽດນາມ ໄດ້ປ່ຽນຈາກການຜະລິດເສື້ອຜ້າ ມາຜະລິດ ຜ້າປິດປາກ ເພື່ອສະໜອງໃຫ້ຕະຫຼາດ ພາຍໃນປະເທດ.​


ໃນຫຼາຍອາທິດຜ່ານມາ, ໄດ້ມີການຈັບກຸມ ຫຼາຍກຸ່ມຄົນ ທີ່ເຮັດລະເມີດ ລະບຽບການສົ່ງອອກໜ້າກາກ ຂອງປະເທດຫວຽດນາມ ແລະ ໄດ້ຖືກ ປັບໄຫມ ຫຼື ສັ່ງຈັບໄປ. 


ຂ່າວ: VN Express 





Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles