34 C
Vientiane
Friday, October 18, 2024

2020 ໄປທ່ຽວມາເລເຊຍກັນເທາະ !

ວັນທີ 4 ມີນາ 2020 ອົງການທ່ອງທ່ຽວມາເລເຊຍ ປະຈໍາ ສປປ ລາວ ໄດ້ມີການນຳສະເໜີ ທົວລາຄາພິເສດ ໃຫ້ກັບຕະຫຼາດອາຊຽນ ພ້ອມທັງໄດ້ຈັດງານສຳມະນາການທ່ອງທ່ຽວມາເລເຊຍ ແລະ ການແລກປ່ຽນທຸລະກິດເຊິ່ງເປັນສ່ວນໜຶ່ງຂອງໂຄງການທ່ຽວມາເລເຊຍໃນເດືອນພິເສດຂອງມາເລເຊຍທີ່ໂຮງແຮມແລນມາກໃນນະຄອນຫຼວງວຽງຈັນ.


 ອົງການທ່ອງທ່ຽວມາເລເຊຍໄດ້ນຳເອົາຕົວແທນອຸດສາຫະກຳການທ່ອງທ່ຽວຈາກມາເລເຊຍເຊິ່ງປະກອບມີ : ສາຍການບິນແອເອເຊຍ Air Asia, ເຈົ້າຂອງຜະລິດຕະພັນເຊິ່ງມີຊື່ວ່າກຸ່ມບໍລິຫານໂຮງແຮມ vouk, ສວນສະໜຸກ Sunway Lost World ແລະ ສວນສະໜຸກ Sunway Lagoon, ພ້ອມດຽວກັນນັ້ນຍັງມີບໍລິສັດທ່ອງທ່ຽວ Columbia Leisure ແລະ ບໍລິສັດທ່ອງທ່ຽວ Asia Delights ມາຮ່ວມກອງປະຊຸມສຳມະນາ. 






ນັບຕັ້ງແຕ່ເດືອນມັງກອນ ຫາເດືອນກັນຍາ 2019, ປະເທດມາເລເຊຍໄດ້ຮັບນັກທ່ອງທ່ຽວຈາກລາວຈຳນວນ 20,959 ຄົນ ເຊິ່ງສະທ້ອນໃຫ້ເຫັນການເພີ່ມຂຶ້ນຢ່າງຫຼວງຫຼາຍເຖີງ 13,8% ເມື່ອທຽບໃສ່ປີ 2018. ປະເທດມາເລເຊຍຫວັງວ່າ ຈະໄດ້ຮັບນັກທ່ອງທ່ຽວເຂົ້າປະເທດທັງໝົດ 30 ລ້ານຄົນ ແລະ ລາຍຮັບ RM100 ຕື້ ໃນປີທ່ອງທ່ຽວມາເລເຊຍ 2020.

ປະເທດ ມາເລເຊຍ ເປັນປະເທດ ທີ່ມີຊື່ສຽງ ອັນດັບຕົ້ນໆ ຂອງໂລກ ທາງດ້ານ ແຫຼ່ງທ່ອງທ່ຽວທໍາມະຊາດ, ທະເລ ແລະ ພູເຂົາ, ແຫຼ່ງທ່ອງທ່ຽວ ວັດທະນາທໍາ, ອາຫານການກິນ, ຄວາມຫຼາກຫຼາຍ ທາງດ້ານເຊື້ອຊາດ, ສູນລວມແຫຼ່ງຊ໋ອບປິ້ງ ແລະ ເທດສະການປະຈໍາປີທີ່ຫຼາກຫຼາຍ. ກັບສະໂລແກນ ປີການທ່ອງທ່ຽວມາເລເຊຍ Visit Truly Asia Malaysia 2020, ການເດີນທາງໄປທ່ຽວ ມາເລເຊຍ ຂອງທ່ານ ຈະເຕັມໄປດ້ວຍຄວາມສຸກ ແລະ ຄຸ້ມຄ່າ ຢ່າງແນ່ນອນ.


ບໍ່ຄິດຫຍັງຫຼາຍ ໄປທ່ຽວປະເທດ ມາເລເຊຍກັນເທາະ. 


#VM2020
#Malaysiatrulyasia
#visitmalaysia2020

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles