34 C
Vientiane
Friday, October 18, 2024

ເປີດຮ້ານ Duty Free ໃໝ່ຈາກປະເທດຍີ່ປຸ່ນ ທີ່ສະໜາມບິນ ວັດໄຕ ນະຄອນຫຼວງວຽງຈັນ

ຂ່າວດີ ສໍາຫຼັບ ສປປ ລາວ, ບໍລິສັດ JALUX ຊຶ່ງເປັນບໍລິສັດ ທີ່ດໍາເນີນການເຮັດທຸລະກິດທີ່ກ່ຽວຂ້ອງກັບຍົນ ແລະ ຮ້ານຄ້າ ຢູ່ຕາມສະໜາມບິນ ໃນແບຣນ “Blue Sky” ຂອງປະເທດຢີ່ປຸ່ນ ໄດ້ທົດລອງເປີດຮ້ານຄ້າປອດພາສີ (Duty Free Shop) ຢູ່ທີ່ສະໜາມບິນສາກົນ ວັດໄຕ (Soft Opening) ໃນວັນທີ 19 ກຸມພາ ທີ່ຜ່ານມາ ແລະ ຈະ ເປີດຢ່າງເປັນທາງການ ໃນຕົ້ນເດືອນ ມີນາ 2020 ນີ້. ຮ້ານຄ້າປອດພາສີແຫ່ງນີ້ ຖືເປັນຮ້ານຄ້າປອດພາສີແຫ່ງທໍາອິດ ຂອງບໍລິສັດປະເທດຍີ່ປຸ່ນ ທີ່ມາເປີດ ຢູ່ ສປປ ລາວ ແລະ ຖືເປັນຮ້ານຄ້າປອດພາສີ ແຫ່ງທີ່ ສອງ ຂອງ JALUX ທີ່ໄປເປີດຢູ່ຕ່າງປະເທດ ພາຍຫຼັງດໍາເນີນການເປີດຮ້ານຄ້າປອດພາສີ ແຫ່ງທີ່ໜຶ່ງ ຢູ່ ສສ. ຫວຽດນາມ ໃນປີ 2016.


ຮ້ານຄ້າປອດພາສີຂອງ JALUX ແມ່ນຮ້ານຄ້າປອດພາສີ ສັນຊາດຍີ່ປຸ່ນ ທີ່ຮວມມື ກັບບໍລິສັດ AMZ ຂອງ ສປປ ລາວ ແລະ ກຸ່ມບໍລິສັດ JAL-DFS ໃນລັກສະນະ ເປັນຫຸ້ນສ່ວນທຸລະກິດ. ສະໜາມບິນສາກົນວັດໄຕ ເປັນສະໜາມບິນ ທີ່ມີການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ປະມານ 1.76 ລ້ານເທື່ອຄົນ ໃນປີ 2019. 


ປະຈຸບັນ JALUX ກໍາລັງດໍາເນີນ ການເປີດຮ້ານຄ້າປອດພາສີ ຢູ່ສະໜາມບິນນານາຊາດ Noi Bai ຂອງ ສສ ຫວຽດນາ ແລະ ສະໜາມບິນສາກົນ ດານັງ ເປັນຈໍານວນທັງໝົດ 5 ຮ້ານ, ໄດ້ຮັບການຕອບຮັບ ເປັນຢ່າງດີ ໃນເລື້ອງການບໍລິການ ແລະ ການສະໜອງສິນຄ້າ ຄຸນນະພາບ ທີ່ຫຼາກຫຼາຍ. ບໍລິສັດ ມີແຜນຈະດໍາເນີນທຸລະກິດ ໃນຂົງເຂດອາຊຽນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຂອງຂົງເຂດ. 


ຂໍ້ມູນ: http://flyteam.jp/

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles