31 C
Vientiane
Friday, October 18, 2024

ສາຍການບິນຫຼາຍສາຍ ຈາກ ສ.ເກົາຫຼີ ເລື່ອນການບິນ ມາລາວ

ສໍານັກງານ ASEANExpress ຂອງ ສ.ເກົາຫຼີ ຫຼາຍງານວ່າ 4 ສາຍການບິນຫຼັກ ຂອງ ສ. ເກົາຫຼີ ຕັດສິນໃຈ ເລື່ອນການບິນ ມາ ສປປ ລາວ ປະກອບມີ: Jin-Air, T-way, Air Busan ແລະ Jeju-Air ເນື່ອງຈາກໄດ້ຮັບອິດທິພົນ ຢ່າງໜັກໜ່ວງ ຈາກເຫດການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ COVID-19 ເຮັດໃຫ້ນັກທ່ອງທ່ຽວ ຈາກ ສ.ເກົາຫຼີ ຍົກເລີກ ການເດີນທາງອອກໄປທ່ອງທ່ຽວຕ່າງປະເທດ.​ ສາຍການບິນ ທີ່ບິນມາ ສປປ ລາວ ຫຼ້າສຸດ ແມ່ນມີຜູ້ໂດຍສານ ພຽງ 6 ຄົນ ເທິງເຮືອບິນ. 


ອິດທິພົນຂອງ COVID-19 ຍັງເຮັດໃຫ້ຈໍານວນຜູ້ໂດຍສານ ຈາກ ສ.ເກົາຫຼີ ເດີນທາງໄປ ສປ ຈີນ ຫຼຸດລົງ ເຖິງ 77% ຕັ້ງແຕ່ ການລະບາດ ຂອງພະຍາດນີ້ ເປັນຕົ້ນມາ.


ສາຍການບິນ Jin-Air ຈະຍົກເລີກຖ້ຽວບິນ ຊົ່ວຄາວ ບິນຈາກ ສະໜາມບິນ ອິນຊອນ ສ. ເກົາຫຼີ ເຖິງນະຄອນຫຼວງວຽງຈັນ ຕັ້ງແຕ່ວັນທີ່ 17 ກຸມພາ ເຖິງ 29 ມີນາ. ສາຍການບິນ T-way ຈະຍົກເລີກຖ້ຽວບິນຊົ່ວຄາວ ມານະຄອນຫຼວງວຽງຈັນ ວັນທີ 22 ກຸມພາ ເຖິງວັນທີ 28 ມີນາ. Air Busan ຈະຍົກເລີກຖ້ຽວບິນຊົ່ວຄາວ ມານະຄອນຫຼວງວຽງຈັນ ແຕ່ວັນທີ 26 ກຸມພາ ເຖິງ 31 ມີນາ ແລະ ສາຍການບິນ Jeju Airline ຈະຍົກເລີກຖ້ຽວບິນ ໃນໄລຍະວັນທີ 1 ມີນາ ເຖິງ 28 ມີນາ 2020. 

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles