34 C
Vientiane
Friday, October 18, 2024

ຈະນໍາໃຊ້ 20 ລ້ານໂດລ້າ ປັບປຸງເສັ້ນທາງຮ່ອມ ຢູ່ເມືອງທ່ອງທ່ຽວ ວັງວຽງ

ເສັ້ນທາງຮ່ອມພາຍໃນເມືອງ ວັງວຽງ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນກ່ວາເກົ່າ 


ອົງການປົກຄອງແຂວງ ວຽງຈັນ ຈະນຳໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ຫຼື 176 ຕື້ກີບ ເພື່ອປັບປຸງບັນດາເສັ້ນ ທາງຮ່ອມພາຍໃນເມືອງ ວັງວຽງ ແຂວງ ວຽງຈັນ ໃຫ້ດີຂຶ້ນກ່ວາເກົ່າ, ຊຶ່ງຈະເປັນການປະກອບສ່ວນໃນການຊ່ວຍດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວພາຍໃນເມືອງ ວັງວຽງ ໃຫ້ຫລາຍຂຶ້ນກ່ວາເກົ່າ. ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ: ງົບປະມານຈໍານວນດັ່ງກ່າວ ເປັນສ່ວນໜຶ່ງຂອງງົບປະມານທີ່ລັດຖະບານກູ້ຢືມມາຈາກຕ່າງປະເທດໃນອັດຕາດອກເບ້ຍຕ່ຳ ເພື່ອໃຫ້ແຂວງ ວຽງຈັນ ນຳມາປັບປຸງພື້ນຖານໂຄງລ່າງ ກໍ່ຄື ບັນດາທາງຮ່ອມພາຍໃນເມືອງ ວັງວຽງ ໃຫ້ດີຂຶ້ນກ່ວາເກົ່າ. 


ປັດຈຸບັນ, ຂະແຫນງການທີ່ກ່ຽວຂ້ອງຂອງແຂວງພວມສໍາຫລວດບັນດາເສັ້ນທາງທີ່ຈະຕ້ອງປັບປຸງໃໝ່ຢູ່, ຊຶ່ງຄາດວ່າຈະໄດ້ຮັບການລົງມືຈັດຕັ້ງປະຕິບັດພາຍໃນປີນີ້ ແລະ ຈະໃຫ້ສໍາເລັດພາຍໃນປີ 2023. ຖ້າຫາກບັນດາເສັ້ນທາງຮ່ອມໄດ້ຮັບການປັບປຸງສໍາເລັດ ກໍ່ຈະປະກອບສ່ວນເຮັດໃຫ້ເມືອງ ວັງວຽງ ມີໂສມໜ້າໃໝ່ທີ່ດີຂຶ້ນກ່ວາເກົ່າ. ທ່ານເຈົ້າແຂວງໆວຽງຈັນ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງແລ້ວ, ອົງການປົກຄອງແຂວງ ວຽງຈັນ ຍັງມີແຜນທີ່ຈະເພີ່ມກິດຈະກໍາການທ່ອງທ່ຽວຢູ່ເມືອງ ວັງວຽງ ໃຫ້ຫລາຍຂຶ້ນກ່ວາເກົ່າ, ເນື່ອງຈາກວ່າ ປັດຈຸບັນນີ້, ມີນັກລົງທຶນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງກະຕ່າລອຍຟ້າເພື່ອຊົມທີວທັດຂອງເມືອງ ວັງວຽງ ທີ່ຄ້າຍຄືການບໍລິການຢູ່ຕ່າງປະເທດ ແລະ ກິດຈະກໍາອື່ນໆອີກ. 


ຂ່າວຈາກ: ວສລ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles