27 C
Vientiane
Friday, October 18, 2024

ພົບໂຄງກະໂຫລກບູຮານ ຢູ່ທົ່ງໄຫຫີນ 1 (ມີພາບປະກອບ)

ຄົ້ນພົບໂຄງກະໂຫຼກບູຮານ ຢູ່ແຫຼ່ງທ່ອງທ່ຽວ ທົ່ງໄຫຫີນ 1


 ໃນວັນທີ 19 ກຸມພາ 2020 ທ່ານ ວົງສາ ດວງທອງລາ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຊຽງຂວາງ ລົງຕິດຕາມການຄົ້ນພົບກະໂຫຼກບູຮານຢູ່ແຫຼ່ງທ່ອງທ່ຽວ ທົ່ງໄຫຫີນ 1, ເຊິ່ງຄະນະກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖວທ ຮ່ວມກັບຊ່ຽວຊານ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໄດ້ຄົນພົບກະໂຫຼກດັ່ງກ່າວ. 





ນໍາພາທີມງານສໍາຫຼວດ ແລະ ຄົ້ນໂດຍ ທ່ານ ດຣ ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖວທ ມີທ່ານ ດຣ ດູກູ ໂອລາຍລີ ແລະ ດຣ ຫຼຸຍ ຊີວອນ ຊ່ຽວຊານມາຈາກ ອົດສະຕາລີ ພ້ອມທີມງານວິຊາການຈາກຂັ້ນແຂວງ ແລະ ເມືອງ ໂດຍເລີ່ມສໍາຫຼວດ ແລະ ຂຸດຄົ້ນ ຢູ່ທົ່ງໄຫຫີນ 1 ເປັນຄັ້ງທີ 2, ເຊິ່ງເລີ່ມມາແຕ່ທ້າຍເດືອນມັງກອນ 2020 ເປັນຕົ້ນມາ. ການຄົ້ນພົບໃນຄັ້ງນີ້ ພົບກະໂຫຼກມະນຸດບູຮານ 5 ກະໂຫຼກ ໃນນັ້ນ ສົມບູນ 3 ກະໂຫຼກ ແລະ ບໍ່ສົມບູນ 2 ກະໂຫຼກ; ພົບຫີນປູນ, ເຕົາດິນເຜົາ, ໄຫນ້ອຍ, ໝາກກະດິ່ງ, ທອງສໍາລິດ ແລະ ໝາກປັດຈໍານວນໜຶ່ງ, ຈາກການສັນນິຖານ ໂຄງກະດູກ ແລະ ວັດຖຸເຫຼົ່ານີ້ມີອາຍຸປະມານ 2.000 ກວ່າປີ. 





ແນວໃດກໍ່ຕາມຕໍ່ກັບສິ່ງທີ່ຄົ້ນພົບໃນຄັ້ງນີ້ ທ່ານ ດຣ ທອງລິດ ຫຼວງໂຄດ ບອກວ່າ: ວັດຖຸທີ່ຄົ້ນພົບຈະມີທີ່ມາຈາກໃສນັ້ນ ກໍ່ຍັງຄົງເປັນຄໍາຖາມ, ແຕ່ສິ່ງທີ່ບອກໄດ້ຕອນນີ້ຈາກຫຼັກຖານທີ່ພົບແມ່ນການເຮັດພິທີກໍາຝັງກະດູກຄັ້ງທີ 2. 





Cr: ວິທະຍຸ ໂທລະພາບແຂວງຊຽງຂວາງ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles