27 C
Vientiane
Friday, October 18, 2024

ຄໍາສັ່ງ ຈາກເຈົ້ານະຄອນຫຼວງວຽງຈັນ ອອກມາແລ້ວ, ຫ້າມຈູດປ່າ ນາຮົ້ວສວນຊະຊາຍ

ນະຄອນຫຼວງວຽງຈັນ ອອກຄຳສັ່ງໃຫ້ເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈຸດຂີ້ເຫຍື້ອ, ຈຸດປ່າ ແລະ ຈຸດທົ່ງນາຮົ້ວສວນຊະຊາຍ ໃນພື້ນທີ່ຂອງຕົນເອງ. 


ນະຄອນຫຼວງວຽງຈັນ ອອກຄຳສັ່ງ ເລກທີ 001/ຈນວ, ວັນທີ 7 ກຸມພາ 2020 ເຖິງທ່ານເຈົ້າເມືອງ, ທ່ານຫົວຫນ້າພະແນກການ-ອົງການທຽບເທົ່າ ທົ່ວນະຄອນຫຼວງວຽງຈັນ, ທ່ານຫົວຫນ້າຫ້ອງການ ສໍານັກງານ-ອົງການ, ຜູ້ອໍານວຍການບໍລິສັດ, ປະຊາຊົນຊາວລາວ ແລະ ຊາວຕ່າງປະເທດ ທີ່ອາໃສຢູ່ນະຄອນຫຼວງວຽງຈັນ ເລື່ອງໃຫ້ເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈຸດຂີ້ເຫຍື້ອ, ຈຸດປ່າ ແລະ ຈຸດທົ່ງນາຮົ້ວສວນຊະຊາຍ ໃນພື້ນທີ່ຂອງຕົນເອງ. ໂດຍສັງເກດເຫັນວ່າ ນະຄອນຫຼວງວຽງຈັນ ເປັນເມືອງຫນຶ່ງພວມພັດທະນາໄປໃນທ່ວງທ່າທີ່ດີ, ເປັນເມືອງທີ ຫນ້າຢູ່ (ສະຫງົບສຸກ, ສະອາດ, ສີຂຽວ…) ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໃນລະດັບດີ.


 ແຕ່ພ້ອມດຽວກັນນັ້ນ ກໍເຫັນວ່ານະຄອນຫຼວງວຽງຈັນຂອງພວກເຮົາ ຍັງມີຫຼາຍບັນຫາດ້ານສິ່ງແວດລ້ອມທີ່ຕ້ອງໄດ້ແກ້ໄຂເປັນຕົ້ນ ໃນລະດູແລ້ງປີ 2019 ໄດ້ມີເຫດການຫມອກຄ້ວນ PM 2,5 ເກີນຄ່າມາດຕະຖານ ອັນເກີດຈາກການຈຸດປ່າ, ທົ່ງນາຮົ້ວສວນ ແລະ ຈຸດຂີ້ເຫຍື້ອຊະຊາຍ; ຊ້ໍາພັດໃນລະດູແລ້ງປີນີ້ ສັງເກດເຫັນວ່າດິນຟ້າອາກາດມີຄວາມແຫ້ງແລ້ງກ່ວາປີຜ່ານມາ, ໃນສະພາບການຄືດັ່ງກ່າວ ຖ້າພວກເຮົາຫາກຍັງເມີນເສີຍ, ປະປ່ອຍລະຫຼວມ ແລະ ຂາດຄວາມຮັບຜິດຊອບ ກໍຍິ່ງຈະເຮັດໃຫ້ມີຫມອກຄັວນເກີນຄ່າມາດຕະຖານປົກຄຸມ, ອາຍມົນລະພິດອາດເພີ່ມຂຶ້ນ ແລະ ຈະກະທົບເຖິງສຸຂະພາບພາລະນາໄມຂອງປະຊາຊົນ ລວມເຖີງກະທົບຕໍ່ພາບພົດຂອງນະຄອນຫຼວງ ຢ່າງຫຼີກລ່ຽງບໍ່ໄດ້. ເພື່ອຮັບມືກັບເຫດການດັ່ງກ່າວທີ່ອາດຈະເກີດຂຶ້ນໃນລະດູແລ້ງປີ 2020 ໃຫ້ໄດ້ຮັບຜົນດີ ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງດັ່ງແຈ້ງການລຸ່ມນີ້:





Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles