26 C
Vientiane
Friday, October 18, 2024

IHC ມອບອຸປະກອນການແພດ 1.8 ຕື້ກີບ ຕ້ານການລະບາດ ໂຄໂຣນາໄວຣັສ

ຊົມເຊີຍ! ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂືອນໄຟຟ້າຈຳກັດຜູ້ດຽວ ມອບອຸປະກອນການແພດກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ. 

ວັນທີ 10 ກຸມພາ 2020 ທີ່ກະຊວງການເງິນ ໄດ້ຈັດພິທີມອບ-ຮັບອຸປະກອນການແພດ ຕາງໜ້າມອບໂດຍ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂືອນໄຟຟ້າຈຳກັດຜູ້ດຽວ ຕາງໜ້າຮັບ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງີນ ທັງເປັນຫົວໜ້າຄະນະກໍາ ມະການສະເພາະກິດເພື່ອງປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (NCOV), ມີ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. 


ທ່ານ ປີຊາໄຊ ແກ້ວໄຊຍະຈັກ ກ່າວວ່າ: ບໍລິສັດຂອງພວກເຮົາໄດ້ເຫັນຄວາມສຳຄັນໃນ ການໂຕ້ຕອບປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວເພາະເຫັນວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ຍາວສົມຄວນ ເຊິ່ງກໍ່ໃຫ້ເກີດມີຄວາມສ່ຽງໃນການຕິດເຊື້ອພະຍາດອັກ ເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ເພື່ອເປັນການກະກຽມຄວາມພ້ອມ ແລະ ໂຕ້ຕອບຕໍ່ພະຍາດດັ່ງກ່າວນີ້ ທາງບໍລິສັດຂອງພວກເຮົາຈຶ່ງໄດ້ນຳເອົາອຸປະກອນການແພດທີ່ສາມາດໂຕ້ຕອບປ້ອງກັນ ແລະ ຕ້ານກັບພະຍາດໄວຣັສໂຄໂຣນາ ປະກອບມີ ເຄື່ອງກວດວິເຄາະຫາເຊື້ອ ພະຍາດໂຄໂຣນາ ຈຳນວນ 2 ເຄື່ອງ ນ້ຳຢາກວດຫາເຊື້ອພະຍາດ ຈຳນວນ 2.500 ຫຼອດ ຖົງມືຈຳນວນ 100.000 ຄູ່, ຊຸດປ້ອງກັນພະຍາດຈຳນວນ 1.200 ຊຸດ ລວມມູນຄ່າທັງໝົດ 205.000 ໂດລາສະຫະລັດ ຫຼື ປະມານ 1,8 ຕື້ກວ່າກີບ. 


Source: Vientianemai

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles