22.8 C
Vientiane
Friday, October 18, 2024

ລະອອງໃນອາກາດ ສາມາດແຜ່ເຊື້ອໄວຣັສ ໂຄໂຣນາ ໄດ້

ຈາກຂໍ້ມູນທີ່ພວກເຮົາໄດ້ຮູ້ກັນໃນເທື່ອກ່ອນ  ເສັ້ນທາງຫຼັກ ໃນແຜ່ເຊື້ອໂຄໂຣນາ ໃນໄລຍະຜ່ານມາ ແມ່ນເກີດຈາກການແຜ່ເຊື້ອຜ່ານລະບົບຫາຍໃຈ ແລະ ການສໍາຜັດ. ແຕ່ການສຶກສາ ຫຼ້າສຸດ ຊີ້ໃຫ້ຮູ້ວ່າ ການຕິດເຊື້ອ ໂຄໂຣນາ ໄວຣັສ ສາມາດຕິດເຊື້ອຜ່ານ ລະອອງນໍ້າໃນອາກາດ (Aerosol). 


ສໍານັກຂ່າວຊິນຫົວ ຂອງ ສປປ ຈີນ ລາຍງານໃນວັນເສົາ 08/02/2020 ຜ່ານມາ ໂດຍອີງຕາມການເຜີຍແຜ່ຂໍ້ມູນ ໃນງານຖະແຫຼ່ງຂ່າວ ຢູ່ຊຽງໄຮ ກ່າວວ່າ ອີກເສັ້ນທາງການແຜ່ເຊື້ອ ຂອງເຊື້ອໄວຣັສ ໂຄໂຣນາ ແມ່ນເກີດຂຶ້ນ ຜ່ານທາງ ລະອອງນໍ້າໃນອາກາດ ຊຶ່ງອາດເປັນຂອງແຂງແຂວນລອຍຂະໜາດນ້ອຍໃນອາກາດ ຫຼື ລະອອງນໍ້າ ຫຼື ໃນຮູບແບບທີ່ເປັນອາຍແກ໊ສ, ກ່າວໂດຍທ່ານ Zeng Qun, ຮອງຫົວໜ້າສໍານັກ ກິດຈະການການບິນພົນລະເຮືອນ ຊຽງໄຮ. 


ເສັ້ນທາງສາຍຫຼັກການຕິດຕໍ່ ອື່ນໆ​ ປະກອບມີ ການແຜ່ເຊື້ອຜ່ານ ການສໍາພັດ ແລະ ລະອອງຈາກລະບົບຫາຍໃຈ. ທ່ານ Zeng ຮຽກຮ້ອງໃຫ້ປະຊາຊົນ ຈົ່ງຮ່ວມມືກັນ ໃນການຕ້ານ ການແຜ່ລະບາດຂອງໂລກນີ້, ຍົກເລີກກິດຈະກໍາ ທີ່ມີການຮ່ວມໂຕກັນ ຂອງຄົນໃນສັງຄົມ, ເປີດປ່ອງຢ້ຽມ ຢ່າງເປັນປົກກະຕິ ເພື່ອໃຫ້ເກີດການໝູນວຽນຂອງອາກາດ ແລະ ໝັ່ນລ້າງມື ຂ້າເຊື້ອຢ່າງເປັນປະຈໍາ.  

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles