27 C
Vientiane
Friday, October 18, 2024

ໂຕລິນ ອາດເປັນພາຫະນໍາເຊື້ອ ໂຄໂຣນາໄວຣັສ !!

ໜັງສືພິມ ຊິນຫົວ ຂອງ ສປ ຈີນ ລາຍງານ ໃນວັນທີ່ 07/02/2020 ນີ້ວ່າ ວ່າ ນັກວິທະຍາສາດ ໄດ້ຄົ້ນພົບ ການຈັດລຽງໂຄຮໂມໂຊມ ຂອງເຊື້ອໄວຣັສ ໂຄໂຣນາ ທີ່ແຍກອອກມາຈາກ ໂຕລິນ (Pangolins) ແມ່ນມີຄວາມຄ້າຍຄືກັນກັບ ຜູ້ປ່ວຍ ທີ່ຕິດເຊື້ອໄວຣັສ ໂຄໂຣນາ ເຖິງ 99% ຊຶ່ງເປັນໂຕຊີ້ໃຫ້ຮູ້ວ່າ ໂຕລິນ ອາດເປັນພາຫະນໍາເຊື້ອໄວຣັສ ນີ້ໄດ້. 


ການສຶກສານີ້ ໄດ້ມີຂຶ້ນ ທີ່ມະຫາວິທະຍາໄລ South China Agriculture University ຂອງ ສປ ຈີນ. ອະທິການບໍດີ ຂອງມະຫາໄລດັ່ງກ່າວ ທ່ານ Liu Yahong ຊຶ່ງເປັນຜູ້ນໍາພາ ທີມຄົ້ນຄວ້າວິໄຈ ໃນຄັ້ງນີ້ ໄດ້ເຮັດການ ວິເຄາະ ຕົວຢ່າງ ການຈັດລຽງໂຄຮໂມໂຊມ ຂອງສັດປ່າ ຫຼາຍຮ້ອຍ ຊະນິດ ແລະ ໄດ້ຄົ້ນພົບວ່າ ສັດປ່າ ທີ່ມີແນວໂນ້ມ ເປັນພາຫະນໍາເຊື້ອ ຫຼາຍທີ່ສຸດ ແມ່ນໂຕລິນ.


ການຖ່າຍພາບຈັບການລຽງໂຕ ຂອງໂມເລກຸນ ຊີວະວິທະຍາ  ເປີດເຜີຍໃຫ້ເຫັນເຖິງ ອັດຕາບວກ ຂອງ Betacoronavirus ທີ່ມີໃນໂຕລິນ ມີສູງເຖິງ 70%. ນັກຄົ້ນຄວ້າຍັງໄດ້ ແຍກສະກັດໄວຣັສ ອອກຕື່ມ ແລະ ສັງເກດເບິ່ງໂຄງສ້າງຂອງມັນ ຜ່ານກ້ອງ ຈຸລະທັດຂະໜາດນ້ອຍ ແລະ ພົບວ່າ ການຈັດລຽງໂຄຮໂມໂຊມ ຂອງເຊື້ອ ໄວຣັສ ໂຄໂຣນາ ໃນໂຕລິນ ແມ່ນມີຄວາມຄ້າຍຄືກັບ ຂອງຜູ້ປ່ວຍທີ່ຕິດເຊື້ອໄວຣັສ ໂຄໂຣນາ ເຖິງ 99%.


ຜົນການທົດລອງນີ້ ຊີ້ໃຫ້ເຫັນວ່າ ໂຕລິນ ມີຄວາມເປັນໄປໄດ້ສູງ ໃນການເປັນພາຫະນໍາເຊື້ອໂຣກໄວຣັສ ໂຄໂຣນາ, ໂດຍຜົນການສຶກສານີ້ ຈະເປັນໂຕຊ່ວຍສະໜັບສະໜູນການປ້ອງກັນ ແລະ ການຄວບຄຸມ ການແຜ່ລະບາດ ຂອງເຊື້ອໄວຣັສ ໂຄໂຣນາ ພ້ອມທັງເປັນຫຼັກຖານ ບ່ອນອ້າງອິງ ທາງວິທະຍາສາດ ໃຫ້ກັບທາງກົດໝາຍ ໃນການຕ້ານການຄ້າຂາຍ ແລະ ການບໍລິໂພກສັດປ່າ. 

Researchers find that the genome sequence of the #coronavirus strain separated from pangolins is 99 percent identical to those in infected people 

Source: xhne.ws/x7V1t

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles