31 C
Vientiane
Saturday, October 19, 2024

ຫຼາຍພາກສ່ວນຮ່ວມມອບເຄື່ອງຊ່ວຍເຫຼືອໃຫ້ທີມແພດເມືອງອູຮ່ານ

ໃນວັນທີ 4 ກຸມພາ 2020 ຜ່ານມາ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ, ຜູ້ຕາງໜ້າຄະນະສະມາຄົມຊາວຈີນຕ່າງດ້າວ, ​ຜູ້ຕາງໜ້າສະພາການຄ້າຈີນແຂວງກວາງຕຸ້ງ,​ ພ້ອມດ້ວຍພາກສ່ວນ​ຕ່າງໆ ໄດ້ນຳເອົາເຄື່ອງຊ່ວຍເຫຼືອອັນຈຳເປັນ ຈາກຫຼາຍພາກສ່ວນໄປມອບໃຫ້ສະຖານທູດຈີນ ປະຈຳ ສປປ ລາວ ເພື່ອປະກອບສ່ວນຊ່ວຍບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກ​ພະ​ຍາດ​ອັກ​ເສບ​ປອດ​ຈາກໄວຣັສໂຄໂຣ​ນາ​ສາຍ​ພັນ​ໃໝ່, ທີ່ເກີດຂຶ້ນຢູ່ເມືອງອູຮ່ານ, ແຂວງຫູເປີ້ຍ ສປຈີນ. 


ສໍາລັບ ເຄື່ອງຊ່ວຍ​ເຫຼືອທີ່ນໍາໄປມອບ​ໃຫ້​ໃນຄັ້ງນີ້ມີ: ​ພາກ​ສ່ວນສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມ ຈຳ​ນວນ 10.​000 ຜືນ ແລະຖົງມືອະນາໄມການແພດ 10.000 ຄູ່; ສະພາການຄ້າແຂວງຮູນານ ປະຈຳ ລາວ ໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມ ຈຳນວນ 350.000 ຜືນ, ຖົງມືການແພດ ຈຳນວນ 90.000 ຄູ່ ແລະໝວກສຳ​ລັບແພດຈຳນວນ 25.000 ໜ່ວຍ(​ເຊິ່ງໄດ້ຈັດສົ່ງໄປກ່ອນ​ໜ້າ​ນີ້ແຕ່ວັນທີ 31 ມັງກອນ 2020); ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມຈຳນວນ 202.000 ຜືນ ແລະຖົງມືສຳລັບແພດຈຳນວນ 60.000 ຄູ່(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ31ມັງກອນ 2020); ສະພາການຄ້າແຂວງກວາງຕຸງປະຈຳລາວໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມຈຳນວນ 30.000 ຜືນ ແລະແວ່ນຕາສຳ​ລັບແພດຈຳນວນ 1000 ອັນ  (ໄດ້ຈັດສົ່ງໄປກ່ອນ​ແຕ່ວັນທີ 28 ມັງກອນ 2020). ນອກນັ້ນ, ບໍລິສັດກໍ່ສ້າງ ແຂວງຢຸນນານ ຈຳກັດ ໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມຈຳນວນ 70.000 ຜືນ(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ 1 ກຸມພາ 2020) ພ້ອມກັນນີ້ ສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ຍັງຈະສືບຕໍ່ສົມທົບກັບທຸກພາກສ່ວນໃນສັງຄົມໃນການປະກອບສ່ວນວັດຖຸສິ່ງຂອງອັນຈຳເປັນເພື່ອປະກອບສ່ວນຊ່ວຍ​ເຫຼືອແບ່ງເບົາ​ຜົນ​ກະ​ທົບ​ຈາກ ພະຍາດລະບາດອັກເສບປອດ​ຈາກ​ໄວ​ຣັ​ສໂຄໂຣນາ​ສາຍ​ພັນ​ໃໝ່ ທີ່ເກີດຂຶ້ນແກ່ປະຊາຊົນຊາວຈີນ. 


ຂ່າວ: CRI

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles