24 C
Vientiane
Saturday, October 19, 2024

ສິງກະໂປ ເປັນປະເທດທໍາອິດ ຫ້າມທຸກຄົນທີ່ເດີນທາງມາຈາກປະເທດຈີນ ເຂົ້າປະເທດ ເລີ້ມ 1 ກຸມພານີ້

ວັນທີ 31 ມັງກອນ 2020 ໜັງສຶພິມ South China Morning Post ລາຍງານວ່າ ປະເທດສິງກະໂປ ປະກາດຫ້າມຄົນຈາກປະເທດຈີນ ລວມໄປຮອດ ຄົນຕ່າງປະເທດ ທີ່ມີປະຫວັດ ເດີນທາງໄປປະເທດຈີນ ໃນໄລຍະເວລາ 14 ມື້ຜ່ານມາ ເດີນທາງເຂົ້າປະເທດ ຫຼື ລໍຖ້າປ່ຽນຖ້ຽວບິນ (transit) ຢູ່ປະເທດສິງກະໂປ ເດັດຂາດ ຊຶ່ງຖືເປັນມາດຕະການຫຼ້າສຸດ ຂອງປະເທດ ໃນການປ້ອງກັນ ການແຜ່ລະບາດ ຂອງໄວຣັສ ອັກເສບປອດ ໂຄໂຣນາ ໂດຍຈະເລີ້ມປະຕິບັດ ຢ່າງເປັນທາງການ ໃນວັນທີ່ 01 ກຸມພາ 2020 ເປັນຕົ້ນໄປ. ສ່ວນຄົນຈີນ ແລະ ຄົນເຊື້ອສາຍຈີນ ທີ່ດໍາລົງຊີວິດ ຢູ່ນອກປະເທດຈີນ ແມ່ນຍັງສາມາດ ເຂົ້າປະເທດ ສິງກະໂປ ໄດ້ຕາມປົກກະຕິ.  


ນັກທ່ອງທ່ຽວຈາກປະເທດຈີນ ຖືເປັນກຸ່ມນັກທ່ອງທ່ຽວລາຍໃຫຍ່ທີ່ສຸດ ຂອງປະເທດສິງກະໂປ ແລະ ຍັງເປັນຈຸດໝາຍປາຍທາງ ທີ່ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວຈີນ.​ ປະຈຸບັນ ຮອດວັນທີ 31 ມັງກອນ 2020 ສິງກະໂປ ກວດພົບຜູ້ຕິດເຊື້ອທັງໝົດ 13 ກໍລະນີ ໂດຍທຸກຄົນ ເປັນບຸກຄົນ ທີ່ມາຈາກປະເທດຈີນ. 




Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles