33 C
Vientiane
Friday, October 18, 2024

ສາຍການບິນລາວ ຍົກເລີກຫຼາຍຖ້ຽວບິນ ໄປ ສປ ຈີນ

ໜັງສືພິມວຽງຈັນທາມ ລາຍງານວ່າ ສາຍການບິນແຫ່ງຊາດ ລາວແອລາຍ (Lao Airlines) ຍົກເລີກຊົວຄາວ ຖ້ຽວບິນຫຼາຍສາຍ ຈາກ ນະຄອນຫຼວງວຽງຈັນ ໄປຫາ ສປ ຈີນ ໃນ 3 ເສັ້ນທາງ ປະກອບມີ: ວຽງຈັນ ສາງໂຈວ (Vientiane-Changzhou) ເລີ້ມຕັ້ງແຕ່ວັນທີ 08 ກຸມພາ 2020 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງ ການປ່ຽນແປງໃໝ່, ວຽງຈັນ – ຫາງໂຈ ເລີ່ມວັນທີ 05 ກຸມພາ 2020 ຈົນກ່ວາຈະມີການແຈ້ງການປ່ຽນແປງໃໝ່ ແລະ ວຽງຈັນ – ຊຽງໄຮ້ ຍົກເລີກ ຕັ້ງແຕ່ວັນທີ່ 29 ມັງກອນ  ແລະ ຈະມີການແຈ້ງໃຫ້ຊາບຕື່ມ ພາຍຫຼັງໄດ້ຮັບແຈ້ງການຈາກລັດຖະບານ ສປ ຈີນ. 


ສ່ວນເສັ້ນທາງ ວຽງຈັນ ຄຸນໜິງ ແລະ ກວາງໂຈ ແມ່ນຈະຍັງເປີດໃຫ້ບໍລິການ ຕາມປົກກະຕິ. 


ສປປ ລາວ ມີເສັ້ນທາງການບິນໄປຫາ ສປ ຈີນຢູ່ທັງໝົດ 9 ເສັ້ນທາງ ປະກອບມີ: ຄຸນມິງ, ກວາງໂຈ, ຊາງໂຈ, ຊາງສາ, ຊາງໄຮ້, ເວີນໂຈ ແລະ ເຊີນຕູ,​ ຈາກນະຄອນຫຼວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸງ. 



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles