24 C
Vientiane
Saturday, October 19, 2024

ເຊີນເຂົ້າຮ່ວມງານເຜີຍແຜ່ ທຶນການສຶກສາ ນິວຊີແລນ 2020

ທຶນການສຶກສາ ຈາກປະເທດ ນິວຊີແລນ ປະຈໍາປີ 2020 ສໍາຫຼັບນັກສຶກສາ ແລະ ພະນັກງານ ລາວ ໃນປີ  2020 ນີ້ ແມ່ນມີຄວາມພິເສດ ກ່ວາທຸກໆປີ ເພາະມີຈໍານວນທຶນທັງໝົດເຖິງ 35 ທຶນ ແລະ ມີຫຼາກຫຼາຍວິຊາ ໄວ້ໃຫ້ທ່ານໄດ້ເລືອກສະໝັກຮຽນ ທັງໃນລະດັບ ອະນຸປະລິນຍາ, ລະດັບປະລິນຍາໂທ ແລະ ລະດັບປະລິນຍາເອກ. ທຶນການສຶກສາ ນິວຊີແລນ ແມ່ນທຶນການສຶກສາ ທີ່ຄໍານຶງເຖິງ ຄວາມຍຸດຕິທໍາ ແລະ ຄວາມເທົ່າທຽມ. ສົ່ງເສີມໃຫ້ຄົນລາວ ເພດຍິງ ຊາຍ ຈາກທຸກຊົນເຜົ່າ ທົ່ວປະເທດ ສາມາດສະໝັກໄດ້. 


ເປີດຮັບສະໝັກອອນລາຍ ຕັ້ງແຕ່ວັນທີ 01 ກຸມພາ 2020 ໄປຈົນຮອດ ວັນທີ 28 ກຸມພາ 2020. ລາຍລະອຽດເພີ່ມຕື່ມ ແລະ ວິທີການສະໝັກ ສາມາດເຂົ້າເບິ່ງໄດ້ ໃນເວັບ: www.nzscholarships.govt.nz
ມີຄໍາຖາມສົງໃສ ຫຼື ຕ້ອງການຢາກຮູ້ຂໍ້ມູນເພີ່ມຕື່ມ ສາມາດໂທສອບຖາມໄດ້ທີ່ເບີ ໂທລະສັບ: 021-414873 ຫຼື 021-450049 ໃນໂມງລາດຊະການ. 


ພິເສດສຸດໆ, ສໍາຫຼັບທ່ານ ທີ່ຕ້ອງການເຂົ້າຮ່ວມຮັບຟັງ ການເຜີຍແຜ່ຂໍ້ມູນທຶນການສຶກສາ ດັ່ງກ່າວ ທ່ານສາມາດເຂົ້າຮ່ວມໄດ້ ຟຮີ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ ຊຶ່ງຈະໄດ້ຈັດຂຶ້ນ ໃນວັນພຸດ ທີ່ 05 ກຸມພາ 2020 ເວລາ 16:30 ທີ່ວິທະຍາໄລ ວຽງຈັນ ຫຼື Vientiane College ນັ້ນເອງ. 

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles