22.8 C
Vientiane
Friday, October 18, 2024
spot_img

ກໍາປູເຈຍ ພົບຜູ້ຕິດເຊື້ອ ໄວຣັສໂຄໂຣນາ ລາຍທໍາອິດ !

ພະນົມເປັນ:​ ກໍາປູເຈຍ ຢືນຢັນ ພົບຜູ້ຕິດເຊື້ອໄວຮັສ ອັກເສບປອດ ລາຍທໍາອິດ ກ່າວໂດຍທ່ານ Bunheng ລັດຖະມົນຕີ ກະຊວງສາທາລະນະສຸກ ໃນວັນທີ 27 ມັງກອນ 2020. ໂດຍຜູ້ປ່ວຍແມ່ນ ຜູ້ຊາຍ ຄົນຈີນ  ທີ່ມາກັບຄອບຄົວ ທາງພາກກາງ ຂອງປະເທດຈີນ ເພື່ອມາທ່ຽວ ເມືອງ ຊາຍຫາດ ສີຫານຸ ວິນລາ ປະເທດ ກໍາປູເຈຍ ໃນຕົ້ນເດືອນມັງກອນ ປີ 2020. 

ການລະບາດຂອງເຊື້ອໄວຣັສ ອັກເສບປອດ ເກີດຂຶ້ນ ຢູ່ເມືອງ ອູຮ່ານ ສປ ຈີນ ໂດຍໄດ້ຂ້າຊີວິດ ຊາວຈີນໄປແລ້ວ 81 ຄົນ, ໂດຍ ທັງໝົດ ແມ່ນອາໃສຢູ່ປະເທດຈີນ, ແລະ ຍັງມີຜູ້ຕິດເຊື້ອເຖິງ 2,700 ຄົນ. 

ຜູ້ຕິດເຊື້ອຄົນຈີນ ລາຍດັ່ງກ່າວ ອອກຈາກເມືອງອູຮ່ານ ໃນວັນພະຫັດ ທ້າຍອາທິດທີ່ຜ່ານມາ ແລະ ສະແດງອາການ ເປັນໄຂ້ຫວັດ ໃນວັນເສົາ ທີ່ 25/01/2020. 

ສ່ວນ ສປປ ລາວ ຍັງບໍ່ທັນມີລາຍງານ ການຕິດເຊື້ອໄວຣັສ ອັກເສບປອດ ດັ່ງກ່າວເທື່ອ. 

Source: Bangkokpost

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles