24 C
Vientiane
Saturday, October 19, 2024

ລາວ ຕິດທ້າຍໝູ່ ໃນອາຊີ ການຈັດອັນດັບສອບເສັງ ວັດຄວາມຮູ້ພາສາອັງກິດ ໂທໂຟລ

ໜັງສືພິມອອນ Japan Times ຂອງປະເທດຍີ່ປຸ່ນ ລາຍງານ ໃນວັນທີ 21 ມັງກອນ 2020 ວ່າ ລາວ ມີຄະແນນໂທໂຟ້ ຕິດທ້າຍໝູ່ໃນອາຊີ ສປປ ລາວ ຢູ່ໃນອັນດັບທີ 28 ໃນຈຳນວນທັງໝົດ 29 ປະເທດໃນອາຊີທີ່ມີການຈັດລຳດັບຄະແນນໂທໂຟ້ (TOEFL-Test of English as a Foreign Language). ໂດຍສາມອັນດັບທ້າຍສຸດໃນອາຊີມີ ຍີ່ປຸ່ນ, ລາວ ແລະ ທາຈິກິສະຖານ.


ເພື່ອປັບປຸງ ຄວາມສາມາດ ໃນການໃຊ້ພາສາອັງກິດ,​ ເລີ້ມເດືອນເມສາ 2020, ປະເທດຍີ່ປຸ່ນ ຈະ ນໍາໃຊ້ລະບົບພາກບັງຄັບ ການຮຽນພາສາອັງກິດ ໃນລະດັບມັດທະຍົມສຶກສາ  ໂດຍນັກຮຽນ ຊັ້ນມັດທະຍົມຕົ້ນ ທຸກຄົນ ຕ້ອງໄດ້ຮຽນພາສາອັງກິດ 35 ຊົ່ວໂມງຕໍ່ປີ ຫຼື ທຽບເທົ່າກັບ 1-2 ຊົ່ວໂມງຕໍ່ອາທິດ. ສ່ວນນັກຮຽນ ຊັ້ນມັດທະຍົມປາຍ ທຸກຄົນ ຕ້ອງໄດ້ຮຽນພາສາອັງກິດ 70 ຊົວໂມງຕໍ່ປີ ໂດຍຕັ້ງເປົ້າໝາຍໃຫ້ສາມາດ ອ່ານ ຂຽນ ເຂົ້າໃຈ ແລະ ເວົ້າພາສາອັງກິດໄດ້ ແລະ ຮູ້ຄໍາສັບ ພາສາອັງກິດ ຢ່າງໜ້ອຍ 600-700 ຄໍາ.​


Source: https://www.japantimes.co.jp/opinion/2020/01/21/commentary/japan-commentary/japan-going-wrong-way-english-education-reform/#.XixnE1gxWDY

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles