27 C
Vientiane
Friday, October 18, 2024

ໄດເແລ້ວ ! ຄົນລາວຄົນທໍາອິດ ທີ່ຈົບການສຶກສາປະລິນຍາເອກ ດ້ວຍທຶນ SHS ຈາກປະເທດ ຮັງກາຣີ !!!

ຂໍສະແດງຄວາມຍິນດີ ມາຍັງ ປອ. ທອງໄຊ ພົງພານິດ, ນັກສຶກສາຄົນລາວ ຄົນທໍາອິດ ທີ່ສໍາເລັດການສຶກສາ ລະດັບປະລິນຍາເອກ ພາຍໃຕ້ທຶນການສຶກສາ ຂອງລັດຖະບານ ຮັງກາຣີ ທຶນ Stipendium Hungaricum Scholarship Program ໂດຍພິທີຮັບປະລິນຍາດັ່ງກ່າວ ໄດ້ຈັດຂຶ້ນ ຢູ່ເມືອງ ແຊແກັດ, ປະເທດ ຮົງກາຣີ ໃນວັນທີ 24 ມັງກອນ 2020 ທີ່ຜ່ານມາ. ປອ. ທອງໄຊ ພົງພານິດ ໄດ້ເຮັດການສຶກສາ ຄົ້ນຄວ້າ ພາຍໃຕ້ຫົວຂໍ້ Instructional management and stress factors affecting teacher trainers as perceived by the educational leaders.

ເປັນກຽດເຂົ້າຮ່ວມໃນວາລະດັ່ງກ່າວ, ທ່ານ ສີທົງ ຈິດໂຍທິນ ເອກອັກຄະລັດຖະທູດ/ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ປະເທດ ຮົງກາຣີ (ມີສໍານັກງານ ຕັ້ງຢູ່ນະຄອນຫຼວງ ວຽນນາ ປະເທດ ອອສເຕຍ) ໄດ້ໃຫ້ກຽດເຂົ້າຮ່ວມ ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ຂອງ ປອ. ທອງໄຊ ພົງພານິດ ແລະ ນັກສຶກສາລາວ  ຄົນອື່ນໆ ຈາກມະຫາວິທະຍາໄລ ແຊແກັດ. 




ຂໍ້ມູນ: ສະມາຄົມນັກສຶກສາລາວ ທີ່ປະເທດຮັງກາຣີ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles