24 C
Vientiane
Saturday, October 19, 2024

ຜ້າປິດປາກ ດັງ ຢ່າງດຽວ ອາດເອົາບໍ່ຢູ່ ໄວຣັສໂຄໂຣນາ ສາມາດຕິດເຊື້ອ ຜ່ານດວງຕາ

ໜັງສືພິມ Mirror.co.uk ປະເທດອັງກິດ ລາຍງານ ໃນວັນທີ 23 ມັງກອນ 2020 ນີ້ວ່າ ຜູ້ຊ່ຽວຊານທາງດ້ານເຊື້ອໄວຣັສ ຢືນຢັນ ມີຄວາມເປັນໄປໄດ້ວ່າ ເຊື້ອໄວຣັສໂຄໂຣນາ ສາຍພັນໃໝ່  ສາມາດຕິດເຊື້ອໄດ້ ຜ່ານທາງ ຕາ ຫາກມີການສໍາຜັດ ຜ່ານມືທີ່ຕິດເຊື້ອ ແລະ ສາມາດຕິດເຊື້ອທາງຕາ ຜ່ານຝຸ່ນລະອອງ ຈາກການໄອ ແລະ ຈາມໄດ້ຕື່ມອີກ.


ສາດສະດາຈານ ພອລ ເຄລລັມ ຜູ້ຊຽວຊານດ້ານໄວຣັສ ຈາກ Imperial College London ລະບຸວ່າ ຫາກຜູ້ຕິດເຊື້ອໄອ ຫຼື ຈາມ ໄວຣັສ ສາມາດສົ່ງຜ່ານຈາກທໍ່ນໍ້າຕາ ໄປຫາດັງ ເພາະ ມີທໍ່ເຊື່ອຕໍ່ຫາກັນ ໂດຍບໍ່ແມ່ນແຕ່ໄວຣັສ ໂຄໂຣນາ ຢ່າງດຽວ ແຕ່ອາການຈາກໄຂ້ຫວັດໃຫຍ່ອື່ນໆ ທີ່ສາມາດລະບາດຜ່ານທາງເດີນຫາຍໃຈ ກໍ່ສ້າມາດຕິດເຊື້ອຜ່ານທາງດວງຕາ ໄດ້ເຊັນກັນ ຖ້າຫາກ ສໍາພັດກັບດວງຕາ. 


ສາດສະດາຈານປະເທດອັງກິດ ກ່າວຕື່ມອີກວ່າ ດ້ວຍເຫດຜົນນີ້ເອງ ບຸກຄະລາກອນທາງການແພດ ຈຶ່ງຕ້ອງສວມໃສ່ ອຸປະກອນປ້ອງກັນດວງຕາ ແລະ ເຖິງວ່າ ໜ້າກາກປິດປາກ ແລະ ດັງ ຈະມີປະສິດທິພາບ ແຕ່ພະຍາດ ກໍ່ຍັງສາມາດ ຕິດຕໍ່ ເຂົ້າຜ່ານດວງຕາໄດ້. 


ຂໍ້ມູນຈາກ: Mirror.co.uk

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles