26.1 C
Vientiane
Saturday, October 19, 2024

ນັກທ່ອງທ່ຽວລາວ ເຂົ້າໄປທ່ຽວໄທ ທະລຸ 1.85 ລ້ານຄົນ

ເວັບໄຊທ໌​ Asiatravelnote ລາຍງານວ່າ ໃນປີ 2019 ມີນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າມາທ່ຽວຊົມ ຄວາມສວຍງາມ ຂອງສະຖານທີ່ທ່ອງທ່ຽວ ທາງດ້ານທໍາມະຊາດ ແລະ ວັດທະນາທໍາ ຂອງປະເທດ ໄທ ເປັນຈໍານວນຫຼວງຫຼາຍ ໂດຍນັກທ່ອງທ່ຽວ ຈາກ ສປ ຈີນ ເດີນທາງເຂົ້າມາທ່ຽວໄທ ເປັນອັນດັບ 1 ລວມຍອດທັງໝົດ 10.99 ລ້ານຄົນ, ອັນດັບສອງ ແມ່ນນັກທ່ອງທ່ຽວ ປະເທດ ມາເລເຊຍ ຈໍານວນ 4.17 ລ້ານຄົນ, ອັນດັບສາມ ໄດ້ແກ່ ນັກທ່ອງທ່ຽວປະເທດ ອິນເດຍ ຈໍານວນ 2 ລ້ານຄົນ, ອັນດັບ ສີ່ ແມ່ນນັກທ່ອງທ່ຽວປະເທດ ເກົາຫຼີໄຕ້ ຈໍານວນ 1.89 ລ້ານຄົນ, ອັນດັບຫ້າ ແມ່ນ ນັກທ່ອງທ່ຽວ ຈາກ ສປປ ລາວ ຈໍານວນ 1.85 ລ້ານຄົນ ແລະ ອັນດັບ 6 ແມ່ນນັກທ່ອງທ່ຽວ ຈາກ ຍີ່ປຸ່ນ ຈໍານວນ 1.8 ລ້ານຄົນ.​



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles