31 C
Vientiane
Saturday, October 19, 2024
spot_img

ສຳປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກ ຕາດຊຽງລື 40 ປີ

 ການເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດ ນໍ້າຕົກຕາດຊຽງລື ບ້ານນາປຸ່ງ ເມືອງບົວລະພາ ແຂວງຄຳມ່ວນ ລະຫວ່າງພະແນກແຜນການ ແລະ ການລົງທຶນແຂວງ ເຊິ່ງຕາງໜ້າອົງການປົກຄອງແຂວງຄຳມ່ວນ ກັບ ກຸ່ມບໍລິສັດ ສາຍພູຫຼວງ ຈຳກັດຜູ້ດຽວ ໄດ້ມີຂຶ້ນໃນວັນທີ 21 ມັງກອນ 2020 ທີ່ພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ. ພາຍຫຼັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາ-ສຳຫຼວດ ແລະ ພັດທະນາແຫຼ່ງທ້ອງທ່ຽວຕາດຊຽງລື ໃນປີ 2018 ທາງບໍລິສັດກໍ່ໄດ້ດຳເນີນການສຶກສາ-ສຳຫຼວດຄວາມເປັນໄປໄດ້ບັນດາໜ້າວຽກຕ່າງໆໂດຍໄດ້ແບ່ງເປັນແຕ່ລະເຂດໃນການພັດທະນາ ແລະ ແຕ່ລະໄລຍະປະກອບມີ: ໄລຍະການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ການຕິດຕັ້ງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວ, ໄລຍະການດຳເນີນການບໍລິການ ແລະ ການດຳເນີນກິດຈະການອື່ນໆທີ່ຕິດພັນກັບການພັດທະນາສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດໃນເຂດນໍ້າຕົກຕາດຊຽງລື ແລະ ໄດ້ນຳສະເໜີຂໍອະນຸມັດຈາກບັນດາອົງການລັດທີ່ກ່ຽວຂ້ອງເພື່ອດຳເນີນກິດຈະການ. 





ສ່ວນເນື້ອໃນບົດສັນຍາແມ່ນ ຝ່າຍຕາງໜ້າອົງການປົກຄອງແຂວງເຫັນດີມອບໃຫ້ກຸ່ມບໍລິສັດ ສາຍພູຫຼວງ ສຳປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດນໍ້າຕົກຕາດຊຽງລື ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແຫ່ງ ສປປ ລາວ ໃນເນື້ອທີ່ 33 ເຮັກຕາ, ໃນມູນຄ່າການລົງທຶນທັງໝົດ 12 ລ້ານກວ່າໂດລາສະຫະລັດ ແລະ ມີໄລຍະການສຳປະທານ 40 ປີ ເຊິ່ງເປັນຮູບການລົງທຶນພາຍໃນ 100%. ສ່ວນທາງດ້ານພັນທະຂອງທາງບໍລິສັດແມ່ນຈະຕ້ອງຮັບຜິດຊອບທາງດ້ານແຫຼ່ງທຶນເພື່ອພັດທະນາໂຄງການດັ່ງກ່າວ, ຂົນຂວາຍປຸກລະດົມເອົາປະຊາຊົນພາຍໃນທ້ອງຖິ່ນ ເພື່ອເຂົ້າຮ່ວມເຮັດວຽກເປັນຄົນງານໃນໂຄງການ ດ້ວຍຮູບການຕອບແທນແຮງງານ ຕາມກົດໝາຍແຮງງານແຫ່ງ ສປປ ລາວ, ເຂົ້າຮ່ວມ ແລະ ຮັບຮູ້ຮີດຄອງປະເພນີຂອງທ້ອງຖິ່ນທີ່ໂຄງການຕັ້ງຢູ່, ການປົກປັກຮັກສາສິ່ງແວດລ້ອມ ແມ່ນໃຫ້ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມ, ໃນຂອບເຂດເນື້ອທີ່ດິນທີ່ສຳປະທານ ຖ້າຕິດພັນກັບດິນຂອງປະຊາຊົນຕ້ອງມີການຊົດເຊີຍຕາມລະບຽບກົດໝາຍ, ຕ້ອງປະຕິບັດພັນທະພາສີ-ອາກອນ ແລະ ພັນທະອື່ນໆຕໍ່ຝ່າຍອົງການປົກຄອງແຂວງຢ່າງຄົບຖ້ວນຕາມລະບຽບກົດໝາຍ ແລະ ຕ້ອງເລີ່ມລົງມືຈັດຕັ້ງປະຕິບັດພາຍໃນ 90 ວັນນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ. 





ເຂົ້າຮ່ວມ ແລະ ລົງນາມໃນພິທີເຊັນສັນຍາ ເຊິ່ງຕາງໜ້າຝ່າຍອົງການປົກຄອງແຂວງຄຳມ່ວນ ໂດຍທ່ານ ພູຊະນະ ໄຊໂກສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ອຳນາດການປົກຄອງເມືອງບົວລະພາ ແລະ ຝ່າຍບໍລິສັດ ໂດຍທ່ານ ອຳພອນ ບຸນຍາລາດ ປະທານກຸ່ມບໍລິສັດ ສາຍພູຫຼວງ ຈຳກັດຜູ້ດຽວ, ໂດຍມີບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ຂໍ້ມູນ: ສຳນັກງານປົກຄອງແຂວງຄຳມ່ວນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles