24 C
Vientiane
Saturday, October 19, 2024

ຍີ່ປຸ່ນ ອັນດັບ#1 ການຊ່ວຍເຫຼືອລ້າ ສປປ ລາວ ກຽມສະຫຼອງໃຫຍ່ ສາຍພົວພັນລາວຍີ່ປຸ່ນ ຄົບຮອບ 65 ປີ

ໃນວັນທີ 21 ມັງກອນ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄີຮາຣະ ມິໂນຣຸ (KIHARA Minoru), ທີ່ປຶກສາພິເສດປະຈໍານາຍົກລັດຖະມົນຕີຍີ່ປຸ່ນ, ຮັບຜິດຊອບວຽກງານຄວາມໝັ້ນຄົງແຫ່ງຊາດຍີ່ປຸ່ນ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-22 ມັງກອນ 2020 ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃນດ້ານຕ່າງໆ ທັງສາຍພັກ ແລະ ສາຍລັດ ລະຫວ່າງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ນັບກວ້າງຂວາງ, ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.





 ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ KIHARA Minoru ພ້ອມດ້ວຍຄະນະ ໃນຄັ້ງນີ້. ພາຍຫຼັງທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນທີ່ປຶກສາພິເສດປະຈຳນາຍົກລັດຖະມົນຕີຍີ່ປຸ່ນ. ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ເຊັ່ນ: ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ (ມູນຄ່າ 90-100 ລ້ານໂດລາສະຫະລັດ/ປີ) ເປັນອັນດັບ 1 ຂອງຕ່າງປະເທດຊ່ວຍເຫຼືອລ້າແກ່ ສປປ ລາວ. ໃນນັ້ນ, ກວມເອົາຂົງເຂດວຽກງານການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາ ລະນະສຸກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຜັນຂະຫຍາຍແຜນການການເຊື່ອມໂຍງເຂົ້າພາກພື້ນ ແລະ ສາກົນ ຂອງ ສປປ ລາວ. ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການກະກຽມກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ຍີ່ປຸ່ນ ຄົບຮອບ 65 ປີ (ວັນທີ 05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 05 ປີ ໃນປີ 2020 ນີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.


 ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ທ່ານທີ່ປຶກສາພິເສດປະຈຳນາຍົກລັດຖະມົນຕີຍີ່ປຸ່ນກໍ່ໄດ້ເຂົ້າຢ້ຽມຂໍ່ານັບບັນດາການນຳ ຂອງ ສປປ ລາວ ເຊັ່ນ:​ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.


ກະຊວງການຕ່າງປະເທດ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles