22.8 C
Vientiane
Friday, October 18, 2024

ເກີດເຫດ ຈູດຂີ້ເຫຍື້ອ ແລ້ວລາມໃສ່ສວນອ້ອຍ ເສຍຫາຍ ຫຼາຍລ້ານ !!!

ຈູດຂີ້ເຫຍື້ອ ເປັນສາເຫດເຮັດໃຫ້ເກີດອັກຄີໄຟໄໝ້ສວນອ້ອຍ ເສຍຫາຍ 20 ລ້ານກວ່າກີບ. 


ວັນທີ 14 ມັງກອນ 2020 ຜ່ານມາ ທາງເຈົ້າໜ້າກອງຕໍາຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ໄດ້ເກີດອັກຄີໄພໄຟໄໝ້ສວນອ້ອຍຂອງປະຊາຊົນເຂດຢູບ້ານ ນາໃໝ່ ເມືອງສິງ ແຂວງຫຼວງນໍ້າທາໃນເວລາ 14 ໂມງ 00 ນາທີ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນຈັດກຳລັງ ແລະ ລົດດັບເພີ່ງ 2 ຄັນ, ໄປຫາສະຖານທີ່ເກີດເຫດ ໂດຍສົມທົບກັບປະຊາຊົນຊ່ວຍກັນສະກັດກັ້ນມອດໄຟ ເພື່ອບໍ່ໃຫ້ໄຟລຸກລາມໄປບ່ອນອື່ນ ໃຊ້ເວລາ 45 ນາທີ, ຈື່ງສາມາດສະກັດ ແລະ ຄວບຄຸມໄຟໄວ້ໄດ້. 

ໄຟໄໝ້ໃນຄັ້ງນີ້ເກີດຈາກ ທ້າວ ແຮ່ໂຊ ອາຍຸ 52 ປີ ປະຊາຊົນ ຢູ່ບ້ານປ່າຊາງ ເມືອງສິງ ໄດ້ຈູດກອງຂີ້ເຫຍື້ອຢູ່ສ່ວນຂອງຜູ້ກ່ຽວເອງ ທີ່ຢູ່ແຄມສວນອ້ອຍ, ໃນເວລານັ້ນອາກາດຮ້ອນຫຼາຍ ແລະ ມີລົມພັດແຮງ ເຮັດໃຫ້ໄຟໄໝ້ລາມໄປໃສ່ສ່ວນອ້ອຍຂອງຄົນອື່ນທີ່ຢູ່ອ້ອມຂ້າງ, ຜົນເສຍຫາຍໃນເນື້ອທີ່ປູກອ້ອຍທັງໝົດ 5 ເຮັກຕາ , ຄິດເປັນມູນຄ່າ 20.000.000 ກວ່າກີບ. 


Cr: ຂ່າວສານຫຼວງນ້ຳທາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles