26 C
Vientiane
Friday, October 18, 2024

ລາຍລະອຽດ ການໄປຝຶກອົບຮົມທາງລົດໄຟ ຢູ່ ສປ ຈີນ ອອກມາແລ້ວ !

ໜັງສືພິມ ວຽງຈັນທາມ ລາຍງານເພີ່ມຕື່ມວ່າ ບໍລິສັດ ທາງລົດໄຟ ລາວຈີນ (Lao-China Railway Company) ໄດ້ກໍາໜົດເງື່ອນໄຂພື້ນຖານ ຂອງຜູ້ທີ່ຈະສະໝັກເຮັດວຽກກັບ ທາງລົດໄຟ ລາວຈີນ ຊຶ່ງຄາດວ່າ ຈະເປີດນໍາໃຊ້ໃນທ້າຍປີ 2021. 


ທ່ານ ໜູພັນ ອຸດສາ, ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາ ແລະ ກິລາ ກ່າວວ່າ ເງື່ອນໄຂພື້ນຖານຂອງຜູ້ສະໝັກ ແມ່ນຕ້ອງສາມາດ ເວົ້າພາສາຈີນ ຂັ້ນພື້ນຖານໄດ້, ມີລະດັບການສຶກສາ ຂັ້ນວິທະຍາໄລ ຂຶ້ນໄປ, ໂດຍສິດທິພິເສດ ແມ່ນຈະມີໃຫ້ ຜູ້ທີ່ຮຽນໃນສາຂາ ວິສະວະກໍາສາດ. 


ສາຂາທັກສະອື່ນໆທີ່ຕ້ອງການ ລວມມີ ເຕັກນິກ ຊ່າງໄຟຟ້າ, ການຄຸ້ມຄອງການຂົນສົ່ງ ແລະ ການສ້ອມແປງກົນຈັກ. 


ຕາມແຜນ ແມ່ນຈະມີການຮັບສະໝັກ ຄົນລາວທັງໝົດ 600 ຄົນ ເພື່ອສົ່ງໄປຝຶກອົບຮົມທີ່ ສປ ຈີນ ໂດຍແບ່ງອອກເປັນ 3 ໄລຍະ. ລາຍລະອຽດ ແລະ ປະກາດ ກ່ຽວກັບການຮັບສະໝັກ ແມ່ນຈະໄດ້ເລີ້ມປະກາດ ໃນເດືອນກຸມພາ 2020 ຢູ່ທີ່ ເວັບໄຊທ໌ : www.lcrc.ltd  ຫຼື ທ່ານສາມາດຕິດຕາມລາຍລະອຽດໄດ້ທີ່ ເຟສບຸກເພສ:​ Lao China Railway Company. 


ໃນໄລຍະທໍາອິດ ແມ່ນຈະໄດ້ຈັດສົ່ງຄົນລາວ ໄປຮຽນຢູ່ ເມືອງ ຂຸນມິງ ສປ ຈີນ ຈໍານວນ 200 ຄົນ ໃນໄລຍະເດືອນມີນາ  ຫຼື ເດືອນເມສາ ໂດຍຈະໃຊ້ເວລາຮຽນທັງໝົດ 15-18 ເດືອນ. 


ຄັດມາຈາກ: ໜັງສືພິມ ວຽງຈັນທາມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles