26 C
Vientiane
Saturday, October 19, 2024

ຈໍານວນນັກຮຽນລາວ ໄປສຶກສາຕໍ່ຕ່າງປະເທດ ຫຼຸດລົງ ຢ່າງນ່າຕົກໃຈ

ຈໍານວນນັກຮຽນ ສັນຊາດລາວ ໄປສຶກສາຕໍ່ຕ່າງປະເທດ ຫຼຸດລົງຈາກ 7,128 ຄົນ ໃນປີ 2018 ລົງມາເປັນ 5,799 ຄົນ ໃນປີ 2019 ! ໂດຍຂໍ້ມູນນີ້ ຖືກເປີດເຜີຍໂດຍ ກົມຄຸ້ມຄອງນັກຮຽນ, ກະຊວງສຶກສາ ແລະ ກິລາ. 


ຈາກການເກັບກໍາຂໍ້ມູນ, ນັກຮຽນຈາກ ສປປ ລາວ ໄປສຶກສາຕໍ່ ການສຶກສາລະດັບສູງ ຢູ່ 30 ປະເທດທົ່ວໂລກ ລວມມີທັງຫຼັກສູດປະລິນຍາຕີ,​ ໂທ ແລະ ເອກ, ໂດຍສ່ວນໃຫ່ຍ ເປັນທຶນລັດຖະບານ, ທຶນແລກປ່ຽນ, ທຶນສ່ວນໂຕ ແລະ ທຶນຂອງລັດ ແລະ ເອກະຊົນ. ໃນປີ 2018 ມີນັກສຶກສາລາວ ໄປສຶກສາຕໍ່ຕ່າງປະເທດ ໃນລະດັບປະລິນຍາຕີ ເປັນຈໍານວນ 2,300 ຄົນ ແຕ່ສະຖິຕິຫຼຸດລົງມາເປັນ 1,938 ຄົນ ໃນປີ 2019. ສ່ວນນັກຮຽນ ທີ່ໄປສຶກສາຕໍ່ລະດັບປະລິນຍາໂທ ຫຼຸດລົງຈາກ ຈໍານວນ 1,061 ຄົນ ໃນປີ 2018 ມາເປັນ 1,021 ຄົນ ໃນປີ 2019. ສ່ວນນັກຮຽນລະດັບປະລິນຍາເອກ ກັບມີຕົວເລກເພີ່ມຂຶ້ນຈາກ ຈໍານວນ 99 ຄົນ ໃນປີ 2018 ຂຶ້ນໄປເປັນຈໍານວນ 150 ຄົນ ໃນປີ 2019. 


ປະເທດ ທີນັກຮຽນລາວ ສົນໃຈໄປຮຽນຫຼາຍທີ່ສຸດ ແມ່ນປະເທດ ຫວຽດນາມ, ຈີນ ແລະ ໄທ. ສ່ວນປະເທດທີ່ ນັກຮຽນລາວ ໄປຮຽນໜ້ອຍທີ່ສຸດ ແມ່ນ ສະເປນ, ອີຕາລີ ແລະ ມຽນມາ, ຕາມລໍາດັບ. 


ຕົວເລກຂອງພະນັກງານລັດ ທີ່ໄປຮຽນຢູ່ ຫວຽດນາມ ຫຼຸດລົງຈາກ 3,735 ຄົນ ໃນປີ 2018 ລົງມາຢູ່ທີ່ 3,520 ໃນປີ 2019. 


ຕົວເລກນັກຮຽນລາວ ໄປຮຽນຢູ່ ສປ ຈີນ ໃນປີ 2018 ມີຈໍານວນ 2,881 ຄົນ ຫຼຸດລົງມາທີ່ຕົວເລກ 1,693 ຄົນ ໃນປີ 2019. 


ຕົວເລກນັກຮຽນລາວ ໄປຮຽນຢູ່ ໄທ ເພີ່ມຂຶ້ນ ຈາກຈໍານວນ 167 ຄົນ ໃນປີ 2018 ໄປເປັນ 178 ຄົນ ໃນປີ 2019.  


ສາຂາວິຊາ ທີ່ນັກຮຽນລາວ ນິຍົມໄປສຶກສາຕໍ່ ຫຼາຍທີ່ສຸດ ໄດ້ແກ່ ບໍລິຫານທຸລະກິດ, ກົດໝາຍ, ສຸຂະພາບ ແລະ ສະຫວັດດີການສັງຄົມ, ວິສະວະກໍາສາດ, ການຜະລິດ ແລະ ການກໍ່ສ້າງ ໃນສົກປີ 2018-2019.


ນັກຮຽນຈໍານວນ 3,626 ຄົນ ເລືອກຮຽນ ສາຂາຄວາມຮູ້ທົ່ວໄປ, 2,238 ຄົນ ເລືອກຮຽນ ໃນສາຂາ ການບໍລິຫານ ທຸລະກິດ ແລະ ກົດໝາຍ, ແລະ ອີກ 2,292 ຄົນແມ່ນເລືອກຮຽນທາງດ້ານ ສຸຂະພາບ ແລະ ສະຫວັດດີການສັງຄົມ.


ນັກຮຽນຈໍານວນໜ້ອຍ ເລືອກຮຽນ ໃນສາຂາ ການບໍລິການ, ວິທະຍາສາດທໍາມະຊາດ, ເລກ, ຟິຊິກ, ເຄມີ, ຊີວະ ແລະ ສິ່ງແວດລ້ອມ. 


ຈໍານວນນັກຮຽນ ເລືອກຮຽນໃນສາຂາວິຊາ ກະສິກໍາ, ປ່າໄມ້, ປະມົງ, ສັດຕະວະແພດ ຢູ່ຕ່າງປະເທດ ຫຼຸດລົງຈາກ 131 ຄົນ ໃນປີ 2018 າເປັນ 100 ຄົນ ໃນປີ 2019. 


ແປຈາກ ໜັງສຶພິມ ວຽງຈັນທາມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles