34 C
Vientiane
Friday, October 18, 2024

ເຂດເສດຖະກິດພິເສດ ມອບພັນທະ ເຂົ້າລັດ ມະຫາສານ



ໃນ​ວັນ​ທີ 14 ມັງ​ກອນ 2020,  ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ,  ກະຊວງແຜນການ ແລະ ການລົງທຶນ  ໄດ້​ຈັດ​ກ​ອງ​ປະ​ຊຸ​ມສະຫລຸບວຽກງານ ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ  ປະຈຳ ປີ 2019 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​  ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,  ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ  ມີບັນຮອງເຈົ້າແຂວງ, ຮອງເຈົ້າຄອງ  ທີ່ເຂດ​ເສດ​ຖະ​ກິດ​ພິ​ເສດ ຕັ້ງຢູ່  ແລະ ບັນດາຮອງລັດຖະມົນຕີ, ຄະນະກົມ  ແລະ ພະແນກການຈາກຂະແໜງການທີ່ກ່ຽວຂ້ອງ  ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ທົ່ວປະເທດ ເຂົ້າຮ່ວມ.


ໃນໂອກາດດັ່ງ​ກ່າວ, ທ່ານ ສອນໄຊ ສີພັນດອນ  ໄດ້ກ່າວວ່າ: ການພັດທະນາເຂດເສດຖະກິດພິ ເສດ  ຢູ່ ສປປ ລາວ ໄດ້ມີຈຸດພິເສດ  ແລະ ມີຄຸນລັກສະນະແຕກຕ່າງກັບການພັດທະນາ ເຂດເສດ ຖະກິດພິເສດຢູ່ປະເທດອື່ນໆ,  ເນື່ອງຈາກປະເທດອື່ນ ລັດຖະບານ ເປັນຜູ້ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ,  ໃຫ້ນະໂຍບາຍສົ່ງເສີມພິເສດ ແລະ ສ້າງເງື່ອນໄຂ ທີ່ອຳນວຍຄວາມ ສະດວກໄວ້ລໍຖ້າ  ເພື່ອໃຫ້ນັກລົງທຶນ ເຂົ້າມາລົງທຶນໃນກິດຈະການຕ່າງໆ ຕາມເປົ້າໝາຍ ທີ່ລັດຖະບານໄດ້ກຳນົດໄວ້. ສ່ວນປະເທດເຮົາຍ້ອນເຫັນໄດ້ທ່າແຮງ  ແລະ ຄວາມສຳຄັນຂອງການພັດທະນາເສດຖະກິດ  ໃຫ້ມີຄວາມຫລາກຫລາຍ  ບວກກັບເງື່ອນໄຂ ທີ່ຕັ້ງພູມສັນຖານ  ທີ່ບໍ່ມີຊາຍແດນຕິດຈອດກັບທະເລ  ແລະ ງົບປະມານຂອງລັດ  ມີຈຳນວນຈຳກັດ ຈຶ່ງໄດ້ສົ່ງເສີມ ໃຫ້ຜູ້ພັດທະນາເອກະຊົນທັງພາຍໃນ  ແລະ  ຕ່າງປະເທດເຂົ້າມາລົງທຶນ  ໂດຍການໃຫ້ນະໂຍບາຍ ສົ່ງເສີມພິເສດ  ແນໃສ່ການພັດທະນາພື້ນຖານໂຄງລ່າງ,  ການຜະລິດເພື່ອສົ່ງອອກ, ຍົກລະດັບສີມືແຮງງານ  ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ.  ພ້ອມ​ນີ້, ເຂດ​ເສດ​ຖະ​ກິດ​ພິ​ເສດ  ຍັງ​ໄດ້ປະກອບສ່ວນສຳຄັນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ  ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ,  ການສ້າງຕົວເມືອງໃໝ່ ໃນຊົນນະບົດໃຫ້ມີໃບໜ້າໃໝ່  ຍົກລະດັບຊີວິດການເປັນ ຢູ່ຂອງປະຊາຊົນ  ບ່ອນທີ່ເຂດເສດຖະກິດພິເສດ ຕັ້ງຢູ່,  ສ້າງໜໍ່ແໜງທາງດ້ານອຸດສາຫະກຳ,  ການຖ່າຍທອດເຕັກໂນໂລຊີ,  ສ້າງວຽກເຮັດງານທຳ ໄປຄ່ຽງຄູ່ກັບການຍົກລະດັບສີມືແຮງງານ  ໃຫ້ປະຊາຊົນໃນທາງກົງ ແລະ ທາງອ້ອມ,  ສ້າງຖານລາຍຮັບໃໝ່ ໃຫ້ກັບລັດຖະບານ ແລະ ອື່ນໆ.


ການພັດທະນາເຂດເສດຖະກິດພິເສດ  ຢູ່ ສປປ ລາວ ໄດ້ສ້າງຄວາມເຊື່ອໝັ້ນ ສາມາດດຶງເອົາບໍລິສັດລາຍໃຫຍ່  ທີ່ມີຊື່ສຽງ ແລະ ມີຄຸນນະພາບຈາກຕ່າງປະເທດ  ເຂົ້າມາລົງທຶນນັບມື້ນັບຫລາຍຂຶ້ນ  ໂດຍສະເພາະ ຢູ່ເຂດສະຫວັນ-ເຊໂນ (ຈຸດC), ເຂດກວມລວມໄຊເຊດຖາ,  ເຂດນິຄົມອຸດສາຫະກໍາ ການຄ້າວຽງຈັນ-ໂນນທອງ,  ເຂດບໍ່ເຕ່ນແດນງາມ ແລະ ເຂດສາມຫລ່ຽມຄໍາ,  ຊຶ່ງມາຮອດປັດຈຸບັນ ກໍ່ໄດ້ມີບໍລິສັດເຂົ້າມາລົງທຶນທັງໝົດ  806 ບໍລິສັດ, ສຳລັບປີ 2019  ໄດ້ມີບໍລິສັດເຂົ້າມາລົງທຶນ 202 ບໍລິສັດ,  ມອບພັນທະເຂົ້າງົບປະມານຂອງລັດໄດ້ 122,09 ຕື້ກີບ,  ສົ່ງອອກໄດ້ 394,4 ລ້ານໂດລາສະຫະລັດ  ແລະ  ສ້າງວຽກເຮັດງານທຳໄດ້ 26.756 ຄົນ  (ລາວ 2.607 ຄົນ ກວມເອົາ 9.74%). 


ຜົນສຳເລັດທີ່ຍາດມາໄດ້ນັ້ນ  ກໍ່ຍ້ອນການເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດ  ຈາກທຸກພາກສ່ວນທັງສູນກາງ ແລະ ທ້ອງຖີ່ນ,  ບວກກັບຄວາມຕັ້ງໃຈ, ຄວາມຈິງໃຈຂອງຜູ້ພັດທະນາ  ແລະ ຜູ້ລົງທຶນແຕ່ລະເຂດ  ທີ່ໄດ້ເອົາໃຈໃສ່ຂົນຂວາຍການລົງທຶນ  ເຂົ້າມາໃນເຂດດັ່ງກ່າວ ໃຫ້ນັບມື້ນັບຫລາຍຂຶ້ນ. 


ຂປລ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles