26 C
Vientiane
Friday, October 18, 2024

ມອບຫນັງສືຮັບຮອງກົງສຸນ ໃຫ້ແກ່ ກົງສຸນກິດຕິມະສັກ ແຟັງລັງ (Finland) ປະຈໍາ ສປປ ລາວ

ໃນວັນທີ 09 ມັງກອນ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ໃຫ້ກຽດຕ້ອນຮັບ ແລະ ມອບຫນັງສືຮັບຮອງກົງສຸນ ໃຫ້ແກ່ ທ່ານ ແກ້ວວີສຸກ ດາລາສານ, ເປັນກົງສຸນກິດຕິມະສັກ ແຫ່ງ ແຟັງລັງ (Finland) ປະຈຳ ສປປ ລາວ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ. 


ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ແກ່ຜູ້ກ່ຽວທີ່ໄດ້ຮັບຫນ້າທີ່ເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ປະຈຳ ສປປ ລາວ ນັ້ນ ປະສົບແຕ່ຜົນສຳເລັດໃນການປະຕິບັດຫນ້າທີ່ອັນມີກຽດດັ່ງກ່າວ, ໃນຂະນະດຽວກັນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ຢ້ຳຕື່ມວ່າ ຕະຫລອດໄລຍະການປະຕິບັດຫນ້າທີ່ດັ່ງກ່າວ, ທ່ານ ກົງສຸນກິດຕິມະສັກ ຈະມີບົດບາດໃນການເປັນຂົວຕໍ່ອັນສຳຄັນໃນການສົ່ງເສີມ, ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ແຟັງລັງ ໃຫ້ມີບາດກ້າວຂະຫຍາຍ ຕົວຂຶ້ນໄປເລື້ອຍໆ ເພື່ອແນໃສ່ນຳຜົນປະໂຫຍດມາສູ່ປະຊາຊົນສອງຊາດ ພ້ອມນີ້ກໍເປັນການປະກອບ ສ່ວນເຂົ້າໃນພາລະ ກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. 


ທ່ານກົງສຸນກິດຕິມະສັກ, ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນ ຕີກະຊວງການຕ່າງປະເທດເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບ ແລະ ການໂອ້ລົມໃນຄັ້ງນີ້ ແລະ ຢັ້ງຢືນວ່າຈະສົ່ງເສີມສາຍພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນເລື້ອຍໆ.


Source: MOFA, Laos

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles