27 C
Vientiane
Friday, October 18, 2024

ຫວຽດນາມ ຈະສືບຕໍ່ໃຫ້ທຶນ 1,213 ທຶນ ແກ່ ສປປ ລາວ

ປີ 2020, ຫວຽດນາມສືບຕໍ່ໃຫ້ທຶນການ ສຶກສາແກ່ລາວຈຳນວນ 1.213 ທຶນ (ລວມທັງທຶນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ), ໃນນັ້ນ, ທຶນຈາກກະຊວງສຶກສາ ແລະ ກໍ່ສ້າງ ສສ ຫຽວດນາມ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ຂອງລາວ ລວມມີ 508 ທຶນ ປະກອບມີ:  ທຶນການສຶກສາໄລຍະຍາວ 413 ທຶນ ແລະ ບຳລຸງໄລຍະສັ້ນ ຈຳນວນ 95 ທຶນ. ສ່ວນຝ່າຍລາວໃຫ້ທຶນການສຶກສາແກ່ ສສ ຫວຽດນາມ ຈຳນວນ 60 ທຶນ (ປະລິນຍາໂທ 5 ທຶນ ນອກນັ້ນແມ່ນທຶນປະລິນຍາຕີ ແລະ ຮຽນພາສາລາວ). 


ພິທີເຊັນສັນຍາການໃຫ້ ທຶນດັ່ງກ່າວແມ່ນໄດ້ຈັດຂຶ້ນ ເນື່ອງໃນໂອກາດ ກອງປະຊຸມຄັ້ງທີ 42 ປະຈໍາປີ 2020 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ໃນວັນທີ 04 ມັງກອນ 2020 ຜ່ານມາ, ທີ່ ນະຄອນຫຼວງຮ່າໂນ້ຍ, ເຊັນໂດຍຕາງໜ້າກະຊວງສຶກສາທິການ ແລະ ກິລາຂອງລາວ ແລະ ຕາງໜ້າຈາກກະຊວງສຶກສາ ແລະ ກໍ່ສ້າງ ຂອງ ສສ. ຫວຽດນາມ ຊຶ່ງເປັນສັກຂີພິຍານໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. 


ປີ 2019 ທີ່ຜ່ານມາ, ລັດຖະບານ ສສ. ຫວຽດນາມກໍ່ໄດ້ໃຫ້ທຶນການສຶກສາແກ່ລາວ ລວມທັງໝົດ 1.273 ທຶນ ໃນນີ້ລວມມີທຶນໄລຍະສັ້ນ ແລະ ຍາວ, ໃນແຜນການຮ່ວມມື ແມ່ນ 1.000 ທຶນ ແຕ່ເພີ່ມອີກ 273 ທຶນບຳລຸງໄລຍະສັ້ນ. 


ຂ່າວ: ສົມພາວັນ
ວຽງຈັນທາມລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles