24 C
Vientiane
Saturday, October 19, 2024

ສະໜາມເບສບອນຫຍ້າທຽມ ແຫ່ງທໍາອິດ ຂອງອາຊຽນ ຈະເປີດໃຫ້ບໍລິການ ຢູ່ ສປປ ລາວ

ສະໜາມກິລາເບສບອນ ແຫ່ງຊາດລາວ ໃກ້ຈະກໍ່ສ້າງສໍາເລັດແລ້ວ ພາຍຫຼັງລົງມືກໍ່ສ້າງ ມາຕັ້ງແຕ່ ເດືອນພຶດສະພາ 2019 ຕັ້ງຢູ່ດ້ານໃນຂອບເຂດ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ຊຶ່ງເປັນສະໜາມກິລາເບສບອນ ຫຍ້າທຽມ ແຫ່ງທໍາອິດ ຂອງອາຊຽນ ແລະ ໄດ້ຮັບການຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ສ. ເກົາຫຼີ. 


ສະໜາມກິລາ ເບສບອນຫຍ້າທຽມແຫ່ງນີ້ ເປັນ 1 ໃນ 4 ສະໜາມກິລາ ເບສບອນ ທີ່ມີແຜນຈະສ້າງ ໃນບໍລິເວນດຽວກັນ ໃນເນື້ອທີ່ລວມ 3 ຮຕ. ພາຍໃນຂອບເຂດສະໜາມກິລາເບສບອນ ຍັງປະກອບມີ ຫ້ອງນໍ້າ, ຫ້ອງການ, ໂຮງອາຫານ, ຫໍພັກນັກກິລາ ແລະ ໃນອະນາຄົດອັນໃກ້ ນີ້ ຈະມີການສ້າງສູນ Fitness ເພື່ອພັດທະນາ ທາງດ້ານຮ່າງກາຍ ໃຫ້ແກ່ນັກກິລາ ເບສບອນ. 


ການແຂ່ງຂັນເບສບອນລີກ ອາຊີບ ຂອງສະຫະພັນເບສບອນແຫ່ງຊາດລາວ ກໍ່ໄດ້ດໍາເນີນການແຂ່ງຂັນມາ ຕັ້ງແຕ່ວັນທີ 16 ພະຈິກ 2019 ແລະຮອບຊິງຊະນະເລີດ ແມ່ນຈະໄດ້ຈັດຂຶ້ນ ຢູ່ທີ່ສະໜາມກິລາເບສບອນແຫ່ງໃໝ່ ພ້ອມທັງເປັນມື້ ເປີດການນໍາໃຊ້ສະໜາມກິລາເບສບອນແຫ່ງໃໝ່ນີ້ ຢ່າງເປັນທາງການ ຊຶ່ງຈະໄດ້ຈັດຂຶ້ນ ໃນວັນທີ 11/01/2020.






ສະໜາມກິລາເບສບອນແຫ່ງໃໝ່ນີ້ ຈະໄດ້ນໍາໃຊ້ ເພື່ອຝຶກນັກກິລາເບສບອນ ທີມຊາດລາວ, ແລະ ສະໂມສອນເບສບອນຕ່າງໆ ພ້ອມທັງເປັນສະໜາມຮັບໃຊ້ ການແຂ່ງຂັນທັງພາຍໃນ ແລະ ສາກົນ. ນອກຈາກນັ້ນ, ຍັງຈະເປີດໃຫ້ ນັກກິລາເບສບອນ ຈາກຊາດອື່ນ ເຊັ່ນ: ເກົາຫຼີ ແລະ ຍີ່ປຸ່ນ, ບິນມາຝຶກຊ້ອມ ໃນໄລຍະລະດູໜາວຕື່ມອີກ.  






FM 90.0 Mhz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles