24 C
Vientiane
Saturday, October 19, 2024

ການທ່ອງທ່ຽວ ລາວ ປີ 2019 ມີຜົນງານເປັນແນວໃດ ໄປເບິ່ງນໍາກັນເລີຍ !



ອອກມາແລ້ວ ສະຖິຕິ ນັກທ່ອງທ່ຽວ ເດີນທາງເຂົ້າມາທ່ຽວ ສປປ ລາວ ໃນໄລຍະປີ 2019 ຫຼື ເອີ້ນວ່າ ປີການທ່ອງທ່ຽວ ລາວຈີນ. ຈາກການໃຫ້ຂໍ້ມູນຂອງທ່ານ ຫົວໜ້າກົມການຕະຫຼາດການທ່ອງທ່ຽວ ກະຊວງຖະແຫຼ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຂອງ ສປປ ລາວ ໃຫ້ຮູ້ວ່າ ໃນປີ 2019 ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ເປັນຈໍານວນທັງໝົດ 4.58 ລ້ານຄົນ, ເພີ່ມຂຶ້ນ ຈາກສະຖິຕິ ການທ່ອງທ່ຽວ ປີ 2018 ປະມານ 9%.


ໃນຈໍານວນນີ້ ນັກທ່ອງທ່ຽວ ຈາກ ສປ ຈີນ ເພີ່ມຂຶ້ນແບບກ້າວກະໂດດ ທີ່ 27% ຫຼື ເປັນຈໍານວນ 1.02 ລ້ານເທື່ອຄົນ.
ນັກທ່ອງທ່ຽວ ຈາກປະເທດໄທ ຊຶ່ງເປັນແຫຼ່ງນັກທ່ອງທ່ຽວ ຫຼັກ ທີ່ເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 6% 
ນັກທ່ອງທ່ຽວ ຈາກປະເທດຫວຽດນາມ ເພີ່ມຂຶ້ນ 11%
ນັກທ່ອງທ່ຽວ ຈາກອາເມລິກາ ເພີ່ມຂຶ້ນ 22%
ນັກທ່ອງທ່ຽວ ຈາກອັງກິດ ເພີ່ມຂຶ້ນ 22%
ນັກທ່ອງທ່ຽວ ຈາກຝຣັ່ງ ເພີ່ມຂຶ້ນ 11%
ນັກທ່ອງທ່ຽວ ຈາກເຢຍລະມັນ ເພີ່ມຂຶ້ນ 13%


ເຖິງຢ່າງໃດ ກໍ່ຕາມ ຕົວເລກນັກທ່ອງທ່ຽວ ຈາກບາງປະເທດ ກັບຫຼຸດລົງ ເຊັ່ນ:
ນັກທ່ອງທ່ຽວ ຈາກ ສ.ເກົາຫຼີ ຫຼຸດລົງ 1%
ນັກທ່ອງທ່ຽວ ຈາກ ເດັນມາກ ຫຼຸດລົງ 27%
ນັກທ່ອງທ່ຽວ ຈາກ ສະວິສເຊີແລນ ຫຼຸດລົງ 18%
ນັກທ່ອງທ່ຽວ ຈາກຟິນແລນ ຫຼຸດລົງ 28%


ໃນປີ 2020, ສປປ ລາວ ຕັ້ງເປົ້າໝາຍ ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ ໃຫ້ໄດ້ທັງໝົດ 4.9 ລ້ານຄົນ.​


ແຫຼ່ງຂໍ້ມູນ:​ Vientianetimes

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles