34 C
Vientiane
Friday, October 18, 2024

ຊ໋ອກ ! ຄົນລາວ ຖືກຈັດອັນດັບ ເຕ້ຍສຸດ ອັນດັບສອງ ຂອງໂລກ !!!



ວາລະສານ Business Insider ຈັດອັນດັບໂລກ ປະເທດ ທີ່ມີຄົນເຕ້ຍຫຼາຍທີ່ສຸດ ຫຼື  The Countries with the Shortest People in the World ປີ 2019 ໂດຍເກັບກໍາຂໍ້ມູນ ຄວາມສູງສະເລ່ຍ ຈາກຖານຂໍ້ມູນທາງການແພດ ຈາກ NCD Risk Factor Collaboration ຊຶ່ງເປັນໂຄງການ ທີ່ເຮັດວຽກຮ່ວມກັບ ວິທະຍາໄລຊື່ດັ່ງ ຂອງປະເທດອັງກິດ Imperial College London ໂດຍໄດ້ຈັດແຍກ ຄວາມສູງ ຂອງເພດຊາຍ ແລະ ເພດຍິງ ແລະ ຫາຄວາມສູງສະເລ່ຍ ຂອງປະຊາກອນ ໃນປະເທດ. ຜົນປະກົດອອກມາວ່າ ສປປ ລາວ ມີລະດັບຄວາມສູງສະເລ່ຍ ຂອງປະຊາກອນ  ຕໍ່າສຸດ ເປັນອັນດັບ #2 ຂອງໂລກ ໂດຍອັນດັບ #1 ຕົກໄປເປັນຂອງປະເທດ ຕິມໍ. 


ຈາກຜົນການວິໃຈ ຄວາມສູງສະເລ່ຍ ຂອງຄົນລາວ ມີພຽງ 155.89 ຊມ, ໂດຍຜູ້ຊາຍ ມີຄວາມສູງສະເລ່ຍ ແມ່ນ 160.51 ຊມ ແລະ ຜູ້ຍິງ ມີຄວາມສູງສະເລ່ຍແມ່ນ 151.26 ຊມ. 


25 ອັນດັບ ປະເທດທີ່ມີຄວາມສູງຂອງປະຊາກອນຕໍ່າສຸດ ມີດັ່ງຕໍ່ໄປນີ້:


25) ສີລັງກາ 160.12 cm
24) ຮອນດູລັສ 160.11 cm
23) ລິເບີເລຍ 159.66 cm
22) ມຽນມາ 159.52 cm
21) ບຣູໄນ 159.49 cm
20) ບູຖານ 159.46 cm
19) ໂມແຊັມບິກ 159.37 cm
18) ໂຊໂລມອນ ໄອແລນ 159.27 cm
17) ປາປົວນິວກີເນຍ 159.21 cm
16) ເປຣູ 159.08 cm
15) ຫວຽດນາມ 159.01 cm
14) ອິນເດຍ 158.76 cm
13) ຣູອັນດາ 158.73 cm
12) ມາລາວີ 158.31 cm
11) ອິນໂດເນເຊຍ 158.17 cm
10) ກໍາປູເຈຍ 158.11 cm
9) ມາແຊລ ໄອແລນ 157.05 cm
8) ບັງກະລາເດສ 157.29 cm
7) ເຢເມນ 156.92 cm
6) ເນປານ 156.58 cm
5) ຟິລິປິນ 156.41 cm
4) ກົວເຕມາລາ 156.39 cm
3) ມາດາກາສກາ 156.36 cm
2) ລາວ 155.89 cm
1) ຕິມໍ 155.47 cm

Source: https://www.businessinsider.my/shortest-people-in-world-by-country-2019-6/

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles