24 C
Vientiane
Saturday, October 19, 2024

ແຫຼ່ງທ່ອງທ່ຽວປັບປຸງໃໝ່ ຂຸນກອງແລງ ໃກ້ຈະເປີດໃຫ້ບໍລິການແລ້ວ

ມັກກັນຫຼືບໍ່ ກັບການປັບປຸງທັດສະນີຍະພາບ ເຂດທ່ອງທ່ຽວແຫລ່ງທ່ອງທ່ຽວຂຸນກອງແລງ ແຂວງຄໍາມ່ວນ ແບບນີ້ ? 


ໂຄງການພັດທະນາ ແຫລງທ່ອງທ່ຽວ ຂຸນກອງແລງ ແມ່ນໜຶ່ງໃນໂຄງການທີທາງ ບໍລິສັດ ອິນທຣາໂຄໂປເຣຊັນ ຈຳກັດຜູ້ດຽວ ໄດ້ຮັບອະນຸມັດໃນການສຳປະທານ ເພື່ອພັດທະນາແຫລ່ງທ່ອງທ່ຽວ ແລະ ການພັດທະນາກະສິກຳແບບອະນຸລັກທຳມະຊາດ, ຍືນຍົງ, ສີຂຽວ ໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າ. ມາຮອດປະຈຸບັນແມ່ນສຳເລັດແລ້ວ 50%, ຄາດວ່າຈະເປີດບໍລິການໃນປີໃໝ່ລາວ 2020. ຂຸນກອງແລງເປັນສະຖານທີ່ທ່ອງທຽ່ວທາງທຳມະຊາດຕັ້ງຢູ່ບ້ານາຄື ເມືອງຫິນບູນ ຕາມເສັ້ນທາງເລກທີ 13 ໃຕ້, ຫ່າງຈາກຕົວເມືອງຫິນບູນປະມານ 20 ກິໂລແມັດ.

 ທ່ານ ພັນທະຈິດ ອິນທິລາດ ປະທານ ບໍລິສັດ ອິນທຣາໂຄໂປເຣຊັນ ຈຳກັດ ຜູ້ດຽວ ເປີດເຜີຍວ່າ: ກິດຈະກຳທີ່ໄດ້ກະກຽມໄວ້ຄອຍບໍລິການໃຫ້ແກ່ນັກທ່ອງທ່ຽວໃນເຂດພັດທະນາມີທັງໝົດ 30 ລາຍການ, ສ່ວນຫລາຍແມ່ນກິດຈະກຳແບບປະຈົນໄພໃນຮູບແບບທຳມະຊາດ, ສຳຫລວດ, ເດີນປ່າ, ເດີນເຂົາ, ປີນພູ, ລົດຖີບເສືອພູເຂົາ, ກິດຈະກຳທາງນໍ້າ ແລະ ອື່ນໆ. 





Cr. ຂປລ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles