33 C
Vientiane
Sunday, October 20, 2024

ລະວັງ: ເກີດການລະບາດ ຂອງພະຍາດໝາກແດງ ຢູ່ແຂວງສະຫວັນນະເຂດ

ຫົວໜ້າພະແນກສາທາລະນະສຸກ ຂອງແຂວງສະຫວັນນະເຂດ ລາຍງານວ່າ ມີເດັກນ້ອຍຕິດເຊື້ອພະຍາດ ໝາກແດງ ໄປແລ້ວ ເກືອບ 200 ຄົນ ຢູ່ເມືອງ ໄກສອນ ພົມວິຫານ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ. 


ພະຍາດໝາກແດງເລີ່ມມີອາການດ້ວຍການເປັນໄຂ້ ແລະ ອອກຕຸ່ມຜື່ນແດງ, ພະຍາດໝາກແດງເຮັດໃຫ້ເດັກນ້ອຍເປັນໄຂ້, ເຮັດໃຫ້ຕາບອດໄດ້, ເຮັດໃຫ້ອັກເສບປອດ ແລະ ອັກເສບສະໝອງ. ເດັກນ້ອຍທີ່ບໍ່ໄດ້ຮັບການສັກຢາແມ່ນມີຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດນີ້. ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແມ່ນມີຄວາມສ່ຽງສູງທີ່ຈະເປັນພະຍາດແດງທີ່ຮ້າຍແຮງ. ມີວັກຊິນທີ່ປອດໄພ ແລະ ມີປະສິດທິຜົນ ທີ່ສາມາດປ້ອງກັນເດັກນ້ອຍຈາກການເປັນພະຍາດໝາກແດງ. ການສັກຢາວັກຊິນນີ້ແມ່ນມີສະໜອງໃຫ້ໂດຍບໍ່ເສຍຄ່າ ພາຍໃຕ້ໂຄງການສັກຢາກັນພະຍາດແຫ່ງຊາດ.


ຖ້າທ່ານສັງເກດ ຫຼື ພົບເຫັນ ລູກຫຼານຂອງທ່ານ ອາດມີອາການ ພະຍາດໝາກແດງ ກະລຸນາ ແຈ້ງສາຍດ່ວນ 166 ພ້ອມສາມາດນໍາສົ່ງເດັກນ້ອຍ ໄປພົບແພດຢູ່ໂຮງໝໍ ແລະ ສຸກສາລາ ໃກ້ບ້ານທ່ານ ຫຼື ໂທແຈ້ງ ຫານາຍບ້ານ ຢ່າງຮີບດ່ວນ. 



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles