33 C
Vientiane
Friday, October 18, 2024

ນາຍົກຄົນໃໝ່ ປະເທດຟິນແລນ ສະເໜີ ປັບເວລາການເຮັດວຽກລົງ

ກ້າວເຂົ້າສູ່ປີໃໝ່ ປີ 2020 ນາຍົກລັດຖະມົນຕີ ອາຍຸນ້ອຍ (34 ປີ) ຂອງປະເທດຟິນແລນ Sana Marin ສະເໜີແນະນໍາ ໃຫ້ປະຊາຊົນ ປະເທດຟິນແລນ ເຮັດວຽກພຽງແຕ່ 6 ຊົ່ວໂມງຕໍ່ມື້ ແລະ ເຮັດວຽກພຽງ 4 ມື້ຕໍ່ອາທິດ. ທ່ານ ນາຍົກຟິນແລນ ເຊື່ອໝັ້ນວ່າ ການຫຼຸດເວລາ ການເຮັດວຽກລົງ ແລະ ເພີ່ມປະສິດທິພາບ ການເຮັດວຽກ ຈະເຮັດໃຫ້ ປະຊາຊົນຟິນແລນ ມີເວລາ ຢູ່ກັບຄອບຄົວໃຫ້ຫຼາຍຂຶ້ນ, ຢູ່ກັບຄົນທີ່ຕົນເອງຮັກ, ເຮັດວຽກບ້ານການເຮືອນ ແລະ ສິ່ງທີ່ຕົນເອງຮັກ, ແລະ ກິດຈະກໍາອື່ນໆ ທີ່ເປັນປະໂຫຍດ ເຊັ່ນ: ວັດທະນາທໍາ ແລະ ສິ່ງແວດລ້ອມ. 


ໄອເດຍນີ້ ໄດ້ຖືກນໍາສະເໜີ ໃຫ້ພັກຝ່າຍຄ້ານ ຢູ່ປະເທດ ຟິນແລນ ໄດ້ຮັບຮູ້ ແລະ ມີທ່າທີວ່າ ທຸກໆພັກຝ່າຍຄ້ານ ກໍ່ມີສັດສ່ວນຜູ້ຍິງ ໃນພັກ ເປັນຈໍານວນຫຼາຍ ແລະ ມີແນວໂນ້ມສູງ ທີ່ຈະໄດ້ຮັບການອະນຸມັດ.


ນາຍົກລັດຖະມົນຕີ ຂອງ ປະເທດ ຟິນແລນກ່າວວ່າ ເລື້ອງອາຍຸນ້ອຍ ຂອງລາວ ບໍ່ໄດ້ເປັນອຸປະສັກ ໃນການເຮັດວຽກ ເພາະ ລາວຄິດວ່າ ການມາເປັນນາຍົກ ແມ່ນເລື້ອງຂອງແຮງບັນດານໃຈ ກະຕືລືລົ້ນ ຢາກຊ່ວຍປະເທດ ທີ່ນໍາພາລາວເຂົ້າມາເຮັດວຽກ ການເມືອງ. 


Source: Yahoo Finance

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles