31 C
Vientiane
Friday, October 18, 2024

ມີນັກສຶກສາລາວ ກ່ວາ 16,000 ຄົນ ທີ່ມາສຶກສາຢູ່ ຫວຽດນາມ

ຕອນເຊົ້າວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ-ລາວ. ພາຍຫຼັງສິ້ນສຸດກອງປະຊຸມ, ນາຍົກລັດຖະມົນຕີສອງທ່ານ ໄດ້ມີການພົບປະກັບສື່ມວນຊົນ.


ທ່ານ  ຫງວຽນຊວນຟຸກ ເນັ້ນໜັກເຖິງຜົນສໍາເລັດຂອງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ, ລາວ-ຫວຽດນາມ, ໃນນັ້ນໄດ້ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ວາງອອກທິດທາງຮ່ວມມືໃນໄລຍະຈະມາເຖິງ. ປີຜ່ານມາ, ການຄ້າ ແລະການລົງທຶນບັນລຸຜົນງານພົ້ນເດັ່ນທີ່ສຸດໃນການຮ່ວມມືສອງປະເທດ ດ້ວຍຈໍານວນໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ເພີ່ມຂຶ້ນ ແລະແມ່ນປະເທດຢືນອັນດັບທີ 3  ດ້ວຍເງິນລົງທຶນທັງໝົດເຂົ້າລາວ ບັນລຸກວ່າ 5 ຕື້ໂດລາສະຫະລັດ. ການຄ້າສອງປະເທດບັນລຸກວ່າ 1,25 ຕື້ໂດລາສະຫະລັດ. ຄຽງຂ້າງນັ້ນ, ຂົງເຂດການສຶກສາ, ການບໍາລຸງສ້າງໄດ້ຮັບຄວາມເອົາໃຈໃສ່ ແລະບຸລິມະສິດ. ມາຮອດປັດຈຸບັນ, ມີນັກຮຽນ, ນັກສຶກສາລາວກວ່າ 16.000 ຄົນມາຮໍ່າຮຽນຢູ່ຫວຽດນາມ ແລະມີນັກສຶກສາຫວຽດນາມເກືອບ 100 ຄົນພວມຮໍ່າຮຽນຢູ່ລາວ, ຄຸນນະພາບການບໍາລຸງສ້າງນັບມື້ນັບດີກວ່າ. ບັນດາຂົງເຂດຮ່ວມມືອື່ນໆ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດລະຫວ່າງສອງປະເທດ ກໍ່ໄດ້ຮັບການຊຸກຍູ້ໃນປີຜ່ານມາ.


ໂດຍ: ທູຈາງ



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles