30 C
Vientiane
Sunday, October 20, 2024

ເລີ້ມຕົ້ນປີ 2020 ທ່ານນາຍົກລັດຖະມົນຕີລາວ ເດີນທາງຢ້ຽມຢາມ ຫວຽດນາມ ເປັນປະເທດທໍາອິດ

ເລີ້ມຕົ້ນປີ 2020, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ໄດ້ນໍາພາ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ຢູ່ຮ່າໂນ້ຍ  ໂດຍໄດ້ຮັບຄໍາເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ,  ໃນລະຫວ່າງວັນທີ 2-4 ມັງກອນ 2020.


ຮ່ວມເດີນທາງພ້ອມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີ: ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ, ປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ; ທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ; ທ່ານ ກິແກ້ວ ໄຂຄຳພິທູນ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ.


ຂ່າວ: ສໍານັກຂ່າວສານຫວຽດນາມ



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles