24 C
Vientiane
Sunday, October 20, 2024

30,000 ຄົນ ຮ່ວມສູດມົນຂ້າມປີ ທີ່ວັດພະທາດຫຼວງ

ເປັນພາບອັນໜ້າອະນຸໂມທະນາ ສາທຸການຫຼາຍ ໃນໂອກາດ ເຮັດບຸນສູດມົນສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ສາກົນ 2020 ເຊິ່ງບັນດາປະຊາຊົນ ພຸດທະສາສະນິກະຊົນລາວ ບັນດາເຜົ່າ ກວ່າ 30,000 ຄົນ ໄດ້ພ້ອມຈິດໃຈສາມັກຄີ ເປັນສັມມາທິດຖິ ມາຮ່ວມກັນສູດມົນ ຈະເຣີນພາວະນາ ທີ່ ວັດພຣະທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃນຕອນແລງຄຳຄືນຂອງ ວັນທີ 31 ທັນວາ 2019. 

ພຣະພຸດທະເຈົ້າຊົງຕັດວ່າ ສຸໂຂ ພຸທທານັງ ອຸປປາໂທ, ສຸຂາ ສັທທັມມະເທສະນາ, ສຸຂາ ສັງຄັສສະ ສາມັຄຄີ, ສາມັຄຄານັງ ຕະໂປ ສຸໂຂ. ແປວ່າ ການສະເດັດອຸບັດຂຶ້ນ ຂອງພຣະສັມມາສັມພຸດທະເຈົ້າ ກໍ່ໃຫ້ເກີດສຸກ, ການໄດ້ຟັງພຣະສັດທັມ ຂອງພຣະສັມມາສັມພຸດທະເຈົ້າ ກໍ່ໃຫ້ເກີດສຸກ, ຄວາມພ້ອມພຽງສາມັກຄີ ຂອງໝູ່ພຣະສົງ ກໍ່ໃຫ້ເກີດສຸກ, ຄວາມພ້ອມພຽງສາມັກຄີກັນ ສ້າງຄວາມດີ ກໍ່ໃຫ້ເກີດສຸກ. ຄວາມໝາຍຄື ການເກີດຂຶ້ນໃນໂລກ ຂອງພຣະສັມມາສັມພຸດທະເຈົ້າ ເປັນສິ່ງທີ່ກໍ່ໃຫ້ເກີດສຸກ ດ້ວຍວ່າ ອົງພຣະສັມມາສັມພຸດທະເຈົ້າ ເມື່ອຊົງຕັດສະຮູ້ພຣະສັມມາສັມໂພທິຍານອັນປະເສີດສູງສຸດແລ້ວ ອາໄສຄວາມກະຣຸນາໃຫຍ່ ໃນໝູ່ເວໄນຍະທັງຫຼາຍ ຈຶ່ງໄດ້ຊົງອອກສະແດງທັມໂຜດ ເທວະດາ ມະນຸດທັງຫຼາຍ ໃຫ້ລະຈາກຄວາມຊົ່ວທັງປວງ ກະທຳແຕ່ຄຸນງາມຄວາມດີ ແລະ ຊຳຮະສະລ້າງຈິດໃຈ ໃຫ້ບໍຣິສຸດ ປາສະຈາກຄວາມໂລບ ຄວາມໂກດ ແລະຄວາມຫຼົງ ແລ້ວໄດ້ຕັ້ງພຣະສາສະໜາໄວ້ ໃຫ້ເວໄນຍະ ມະນຸດ ເທວະດາ ທັງຫຼາຍ ໄດ້ປະພຶດປະຕິບັດຕາມ ໃຫ້ເຖິງເຊິ່ງຄວາມສຸກກະເສີມສານ ມີພຣະນິບພານເປັນທີ່ສຸດ ອັນຫຼຸດພົ້ນຈາກທຸກທັງປວງ. 

ການໄດ້ຟັງພຣະສັດທັມ ຂອງອົງພຣະສັມມາສັມພຸດທະເຈົ້າ ອັນປຣາດເມທີຊົນທັງຫຼາຍ ໄດ້ນຳມາສະແດງໄວ້ຖືກຕ້ອງແລ້ວ ກໍ່ໃຫ້ເກີດສຸກ ດ້ວຍວ່າ ຣົດຊາດແຫ່ງພຣະສັດທັມ ປະເສີດກວ່າຣົດຊາດທັງປວງ ແຊບກວ່າຣົດຊາດທັງຫຼາຍທັງປວງ ຄວາມອີ່ມໃນຣົດຊາດແຫ່ງພຣະສັດທັມ ປະເສີດກວ່າການອີ່ມໃນຣົດຊາດທັງປວງ ຣົດຊາດອື່ນ ດື່ມກິນເຂົ້າໄປແລ້ວ ອີ່ມໄດ້ພຽງຊົ່ວຄາວ ແຕ່ຣົດຊາດແຫ່ງພຣະສັດທັມ ດື່ມດຳເຂົ້າໄປແລ້ວ ຍ່ອມເອີບອີ່ມຕະຫຼອດກາລະນານ. 

ຄວາມພ້ອມພຽງແຫ່ງໝູ່ພຣະສົງ ຜູ້ບໍຣິສຸດ ກໍ່ໃຫ້ເກີດສຸກ ດ້ວຍວ່າພຣະສົງສາວົກຂອງອົງພຣະສັມມາສັມພຸດທະເຈົ້າ ເປັນຜູ້ປະເສີດດ້ວຍຄຸນທັມ ຄືຄວາມປະພຶດອັນດີແລ້ວ ປະພຶດອັນຊື່ກົງແລ້ວ ປະພຶດເພື່ອຈະຫຼຸດພົ້ນອອກຈາກທຸກແລ້ວ ປະພຶດສົມຄວນແກ່ການຂາບໄຫວ້ແລ້ວ ເປັນເນື້ອນາບຸນອັນປະເສີດສູງສຸດຂອງໂລກ ພຽງແຕ່ໄດ້ທັດສະນາການເຫັນເຊິ່ງພຣະສົງຜູ້ສະຫງົບ ກໍໄດ້ບຸນນັບປະມານບໍ່ໄດ້ ເມື່ອໃດພຣະສົງຜູ້ຊົງສີລຊົງທັມ ມາພ້ອມພຽງສາມັກຄີກັນ ຍ່ອມກໍ່ໃຫ້ເກີດຄວາມອັດສະຈັນໃນໂລກ. 


ຄວາມພ້ອມພຽງສາມັກຄີກັນປະພຶດຄວາມດີ ກໍ່ໃຫ້ເກີດສຸກ ເມື່ອໃດ ມວນມະນຸດ ເທວະດາທັງຫຼາຍ ພ້ອມພຽງກັນກະທຳຄວາມດີ ຄວາມດີຈະເເຜ່ໄປຕະຫຼອດໂລກຈັກກະວານ ຫຼາຍລ້ານໆ ກໍ່ໃຫ້ເກີດບຸນ ກໍ່ໃຫ້ເກີດຄວາມຊື່ນໃຈ ອັນປະມານຄ່າບໍ່ໄດ້ ພະລັງແຫ່ງຄວາມດີ ທີ່ສາມັກຄີກັນທຳ ນັບປະມານບໍ່ໄດ້ ຍ່ອມນຳມາເຊິ່ງຄວາມສຳເລັດທັງປວງ ໃນທາງກົງກັນຂ້າມ ຄວາມພ້ອມພຽງສາມັກຄີກັນເຮັດບາບ ກໍມີຄວາມພິນາດຈິບຫາຍ ກວ້າງຂວາງນັບປະມານບໍ່ໄດ້ເຊັ່ນກັນ ເພາະສະນັ້ນ ປຣາດບັນດິດຊົນ ອັນມີພຣະສັມມາສັມພຸດທະເຈົ້າ ເປັນຕົ້ນ ຈຶ່ງຊົງຕັດວ່າ ຄວາມພ້ອມພຽງສາມັກຄີກັນທຳຄວາມດີ ກໍ່ໃຫ້ເກີດສຸກ ເຊິ່ງໝາຍເຖິງສຸກອັນປະເສີດ ສູງສຸດ ນັ້ນເອງ.


Cr. ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງປະເທດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles