30 C
Vientiane
Saturday, October 19, 2024

ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ສປປ ລາວ ອັນດັບຕໍ່າສຸດ ຂອງອາຊຽນ

ເວັບໄຊທ໌ Global Food Security Index ໄດ້ຈັດອັນດັບ ຄວາມໝັ້ນຄົງທາງດ້ານສະບຽງອາຫານ (Food Security) ຈາກ ທັງໝົດ 113 ປະເທດໃນທົ່ວໂລກ ໂດຍອີງໃສ່ 3 ດັດຊະນີ ໂຕຊີ້ວັດ ປະກອບມີ:​ ຄວາມສາມາດໃນການ ຊື້ສະບຽງອາຫານໄດ້ (Affordability), ການມີຢູ່ຂອງສະບຽງອາຫານ (Availability) ແລະ ຄຸນນະພາບ ແລະ ຄວາມປອດໄພ (Quality and Safety) ຜົນຄະແນນລວມຂອງຊາດ ໃນອາຊຽນ ມີດັ່ງນີ້:​


1) Singapore ສິງກະໂປ (ອັນດັບ 1 ຂອງອາຊຽນ ແລະ ອັນດັບ 1 ຂອງໂລກ)
2) Malaysia ມາເລເຊຍ (ອັນດັບ 2 ຂອງອາຊຽນ ແລະ ອັນດັບ 28 ຂອງໂລກ)
3) Thailand ໄທ (ອັນດັບ 3 ຂອງອາຊຽນ ແລະ ອັນດັບ 52 ຂອງໂລກ)
4) Vietnam ຫວຽດນາມ (ອັນດັບ 4ຂອງອາຊຽນ ແລະ ອັນດັບ 54 ຂອງໂລກ)
5)  Indonesia ອິນໂດເນເຊຍ (ອັນດັບ 5 ຂອງອາຊຽນ ແລະ ອັນດັບ 62 ຂອງໂລກ)
6) Philippines ຟິລິປີນ (ອັນດັບ 6 ຂອງອາຊຽນ ແລະ ອັນດັບ 64 ຂອງໂລກ)
7) Myanmar ມຽນມາ (ອັນດັບ 7 ຂອງອາຊຽນ ແລະ ອັນດັບ 77 ຂອງໂລກ)
8) Cambodia ກໍາປູເຈຍ (ອັນດັບ 8 ຂອງອາຊຽນ ແລະ ອັນດັບ 90 ຂອງໂລກ)
9) Laos ລາວ (ອັນດັບ 9 ຂອງອາຊຽນ ແລະ ອັນດັບ 92 ຂອງໂລກ)


ສ່ວນປະເທດ ບຣູໄນ ແມ່ນບໍ່ໄດ້ຈັດເຂົ້າໃນການສໍາຫຼວດ ໃນເທື່ອນີ້.​


ຄະແນນສະເລ່ຍ ລວມ (ເຕັມ 100) ທີ່ ສປປ ລາວ ໄດ້ ແມ່ນ: 49.1 
ຄວາມສາມາດໃນການ ຊື້ສະບຽງອາຫານໄດ້ (Affordability) 55.5, ການມີຢູ່ຂອງສະບຽງອາຫານ (Availability) 47.6 ແລະ ຄຸນນະພາບ ແລະ ຄວາມປອດໄພ (Quality and Safety) 37.4 


ແຫຼ່ງຂໍ້ມູນ: https://foodsecurityindex.eiu.com/index

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles