26 C
Vientiane
Friday, October 18, 2024

ລັດຖະບານໄທ ປ່ອຍເງິນກູ້ ໃຫ້ ສປປ ລາວ ພະມ້າ 2,157 ລ້ານບາດ

ໂຄສົກປະຈໍາ ນາຍົກລັດຖະມົນຕີ ແຫ່ງຣາຊະອານະຈັກໄທ ກ່າວວ່າ ຄະນະລັດຖະມົນຕີ ເຫັນດີ ໃຫ້ສໍານັກງານຄວາມຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ ໃຫ້ຄວາມຊ່ອຍເຫຼືອທາງດ້ານການເງິນ ແກ່ ສປປ ລາວ ແລະ ມຽນມາ ໃນວົງເງິນ 2,157 ລ້ານບາດ ເພື່ອນໍາໄປດໍາເນີນໂຄງການພັດທະນາ ພື້ນຖານໂຄງລ່າງ ໃນປະເທດເພື່ອນບ້ານ ໂດຍ ການຊ່ວຍເຫຼືອ ເປັນຮູບແບບເງິນກູ້ຢືມ ດອກເບ້ຍຕໍ່າ.​ ໃນສ່ວນຂອງການຊ່ວຍເຫຼືອ ສປປ ລາວ ຈະເປັນວົງເງິນຄ່າໃຊ້ຈ່າຍ ສໍາຫຼັບໂຄງການກໍ່ສ້າງຂົວມິດຕະພາບ ລາວໄທ ແຫ່ງທີ່ 5 ຢູ່ແຂວງບໍລິຄໍາໄຊ ສປປ ລາວ ແລະ ຈັງຫວັດບຶງການ ຂອງ ໄທ ໂດຍປ່ອຍເງິນກູ້ລວມ 1,380 ລ້ານບາດ ດອກເບ້ຍ 1.5% ອາຍຸສັນຍາ 30 ປີ ລວມໄລຍະເວລາ ໝົດໜີ້ 7 ປີ.​





ໂຄງການດັ່ງກ່າວ ມີເສັ້ນທາງເລີ້ມຈາກ ບ້ານກ້ວຍ, ເມືອງປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ເຂົ້າໄປຫາ ຕໍາບົນໄຄສີ, ອໍາເພີເມືອງ ບຶງການ, ຈັງຫວັດບຶງການ ຂອງໄທ ໂດຍຄ່າໃຊ້ຈ່າຍຝ່າຍ ລາວ ແມ່ນ 1,380 ລ້ານບາດ ແລະ ຝ່າຍໄທ ແມ່ນ 2,630 ລ້ານບາດ. 

ແຫຼ່ງຂໍ້ມູນ:​https://www.prachachat.net/local-economy/news-404941

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles